• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາແຫ່ງຊາດສິ້ນສຸດວາລະຊັກຖາມບັນດາສະມາຊິກລັດຖະບານ

      ວາລະຊັກຖາມ ແລະ ຕອບຄຳຊັກຖາມໄດ້ປະຕິບັດຢ່າງເຂັ້ມງວດ, ມີຄວາມຮັບຜິດຊອບ ແລະ ມີຄຸນນະພາບດີ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວຄຳເຫັນເຮັດແຈ້ງບາງບັນຫາທີ່ກ່ຽວຂ້ອງເຖິງຄວາມຮັບຜິດຊອບຂອງລັດຖະບານ (ພາບ: VGP)
      ຕອນເຊົ້າວັນທີ 10 ພະຈິກ, ສະພາແຫ່ງຊາດຫວຽດນາມ ໄດ້ສິ້ນສຸດວາລະຊັກຖາມບັນດາສະມາຊິກລັດຖະບານ. ບັນດາສະມາຊິກລັດຖະບານສືບຕໍ່ຕອບຄຳຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດທີ່ກ່ຽວຂ້ອງເຖິງຂົງເຂດການເມືອງ, ເສດຖະກິດ - ສັງຄົມຂອງປະເທດຊາດ. ໃນທ້າຍວາລະຊັກຖາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ກ່າວຄຳເຫັນເຮັດແຈ້ງບາງບັນຫາທີ່ກ່ຽວຂ້ອງເຖິງຄວາມຮັບຜິດຊອບຂອງລັດຖະບານ ແລະ ຕອບຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ. ຕາມທ່ານນາຍົກລັດຖະມົນຕີ, ໃນສະພາບການທີ່ປະສົບກັບຄວາມຫຍຸ້ງຍາກຍ້ອນໄພນຳຖ້ວມ, ໂລກລະບາດໂຄວິດ - 19 ແຕ່ອາຍຸການຜ່ານມາ, ຫວຽດນາມ ໄດ້ຮັບຖືວ່າແມ່ນໜຶ່ງໃນ 12 ພື້ນຖານເສດຖະກິດຫາກໍພົ້ນເດັ່ນທີ່ປະສົບຜົນສຳເລັດທີ່ສຸດ. 6 ປີທີ່ຜ່ານມາ, ຫວຽດນາມ ໄດ້ສ້າງວຽກເຮັດງານທຳໃຫ້ແກ່ 28 ລ້ານຄົນ. ພື້ນຖານເສດຖະກິດໄດ້ຮັບການປົວແປງຢ່າງເຫັນໄດ້ຊັດ, ລາຍຮັບສະເລ່ຍຕໍ່ຫົວຄົນເພີ່ມຂຶ້ນເກືອບ 145%, ເທົ່າກັບ 9.000 USD ໄລ່ຕາມກຳລັງແຮງຊື້. ອັດຕາຄອບຄົວທຸກຍາກຫຼຸດແຕ່ 9,8% ເຫຼືອພຽງຕ່ຳກວ່າ 3%. ປີ 2020, ຫວຽດນາມ ກໍແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດທີ່ມີລະດັບການເຕີບໂຕສູງ. ໃນອາຍຸການຜ່ານມາ, ຫວຽດນາມ ກໍປະຕິບັດບົດບາດເປັນປະທານ ອາຊຽນ 2020, ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ ຢ່າງສຳເລັດຜົນ.
        ເມື່ອຕອບຄຳຊັກຖາມກ່ຽວກັບມາດຕະການປະຕິບັດເປົ້າໝາຍຄວບຄູ ທັງປ້ອງກັນ, ສະກັດກັ້ນໂລກລະບາດ ໂຄວິດ - 19 ໃຫ້ມີປະສິດທິຜົນ, ທັງຮັບປະກັນພັດທະນາເສດຖະກິດ, ຮັບປະກັນການຊ່ວຍໜູນສັງຄົມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ:
            “ໂລກລະບາດໂຄວິດ - 19 ສືບຕໍ່ມີການຜັນແປຢ່າງສັບສົນໃນທົ່ວໂລກ. ດັ່ງນັ້ນ, ຫວຽດນາມ ຕັ້ງເປົ້າໝາຍສະກັດກັ້ນໂລກລະບາດ ບໍ່ປະໃຫ້ແຜ່ລາມອອກສູ່ຊຸມຊົນ ແລະ ເພື່ອຮັກສາໃຫ້ປະເທດບໍ່ຖືກຜົນສະທ້ອນຢ່າງໜັກກ່ຽວກັບດ້ານເສດຖະກິດ, ຮັກສາສັງຄົມໃຫ້ເປັນປົກກະຕິ, ແກ້ໄຂວຽກເຮັດງານທຳ ແລະ ມີລະດັບການເຕີບໂຕໃນລະດັບຈຳເປັນ; ຍົກສູງນ້ຳໃຈສ້າງກຳລັງດ້ວຍຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສ້າງພື້ນຖານເສດຖະກິດທີ່ມີລັກສະນະເປັນເຈົ້າຕົນເອງ, ຮັບປະກັນຄວາມປອດໄພໃນການສະໜອງ, ເອົາໃຈໃສ່ເຖິງຕະຫຼາດພາຍໃນປະເທດ ໄປຄຽງຄູ່ກັບການຂຸດຄົ້ນຕະຫຼາດສາກົນໃຫ້ມີປະສິດທິຜົນ”.
        ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ສະຫຼຸບວ່າ ວາລະຊັກຖາມ ແລະ ຕອບຄຳຊັກຖາມໄດ້ປະຕິບັດຢ່າງເຂັ້ມງວດ, ມີຄວາມຮັບຜິດຊອບ ແລະ ມີຄຸນນະພາບດີ.
(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top