• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາແຫ່ງຊາດຮັບຮອງເອົາກົດໝາຍວ່າດ້ວຍການໜູນຊ່ວຍວິສາຫະກິດຂະໜາດກາງ ແລະ ນ້ອຍ

      ໂດຍໄດ້ຮັບຄວາມເຫັນດີຈາກສະມາຊິກສະພາແຫ່ງຊາດ 83,50%, ບັນດາສະມາຊິກສະພາແຫ່ງຊາດໄດ້ຮັບຮອງເອົາກົດໝາຍວ່າດ້ວຍການໜູນຊ່ວຍວິສາຫະກິດຂະໜາດກາງ ແລະ ນ້ອຍໃນວາລະປະຊຸມຕອນເຊົ້າວັນທີ 12 ມິຖຸນາ ຂອງກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດຊຸດທີ 14
ບັນດາສະມາຊິກສະພາແຫ່ງຊາດ
      ນີ້ເປັນຄັ້ງທຳອິດ ຫວຽດນາມ ປະກາດໃຊ້ກົດໝາຍສະບັບໜຶ່ງເພື່ອໜູນຊ່ວຍໃຫ້ວິສາຫະກິດຂະໜາດກາງ ແລະ ນ້ອຍ, ແມ່ນໂອກາດດີທີ່ສຸດ ເພື່ອເປັນພື້ນຖານນິຕິທຳສຳຄັນຄົບຖ້ວນ, ມີພື້ນຖານເພື່ອຜັນຂະຫຍາຍບັນດາການເຄື່ອນໄຫວໜູນຊ່ວຍໃຫ້ວິສາຫະກິດຂະໜາດກາງ ແລະ ນ້ອຍ. ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫງວຽນຈີ໋ຢຸງ ໃຫ້ຮູ້ວ່າ:
        “ນີ້ແມ່ນກົດໝາຍສຳຄັນທີ່ສຸດ ໃນສະພາບການທີ່ພວກເຮົາຫາກໍ່ມີມະຕິຂອງສູນກາງ 5 ກຳນົດເຂດເສດຖະກິດພາກເອກະຊົນແມ່ນກຳລັງໜຶ່ງ, ພາກສ່ວນໜຶ່ງທີ່ສຳຄັນໃນການພັດທະນາ, ກຳລັງໜູນສຳຄັນໃນການພັດທະນາເສດຖະກິດຂອງປະເທດຊາດ. ບັນດາຂໍ້ກຳນົດຂອງກົດໝາຍ ເພື່ອແນໃສ່ສ້າງທຸກເງື່ອນໄຂສະດວກທີ່ສຸດ ເພື່ອໜູນຊ່ວຍໃຫ້ວິສາຫະກິດພັດທະນາ, ປະກອບສ່ວນສ້າງປະເທດຊາດ. ພວກຂ້າພະເຈົ້າໄດ້ສຳຫລວດທຸກຄວາມຕ້ອງການຂອງບັນດາວິສາຫະກິດ, ບັນດາຄວາມຫຍຸ້ງຍາກ, ສິ່ງຕິດຂັດ, ສິ່ງທີ່ຍັງຄົງຄ້າງ, ຂໍ້ຈຳກັດ. ຄວາມຕ້ອງການທັງໝົດນັ້ນ ລ້ວນແຕ່ໄດ້ຮັບການສັງລວມ ແລະ ຫັນເປັນ 7 ເນື້ອໃນໜູນຊ່ວຍລວມ ແລະ 3 ເນື້ອໃນໜູນຊ່ວຍທີ່ມີຈຸດໝາຍໃນກົດໝາຍ
        ຕາມກົດໝາຍວ່າດ້ວຍການໜູນຊ່ວຍວິສາຫະກິດຂະໜາດກາງ ແລະ ນ້ອຍແລ້ວ, ແຫຼ່ງກຳລັງເພື່ອໜູນຊ່ວຍວິສາຫະກິດແມ່ນສ່ວນໜຶ່ງງົບປະມານແຫ່ງລັດ ແລະ ບັນດາແຫຼ່ງກຳລັງໃນສັງຄົມ.
        ກົດໝາຍວ່າດ້ວຍການໜູນຊ່ວຍວິສາຫະກິດຂະໜາດກາງ ແລະ ນ້ອຍມີຜົນສັກສິດນັບແຕ່ວັນທີ 01 ມັງກອນ 2018.
 (ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top