• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາແຫ່ງຊາດປຶກສາຫາລືບົດລາຍງານອາຍຸການຂອງປະທານປະເທດ, ລັດຖະບານ ແລະ ນາຍົກລັດຖະມົນຕີ


ທ່ານ ເຈີນ​ຢູ​ລີກ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ນະ​ຄອນ​ໂຮ່​ຈິ​ມີນ
ພາບ:baochinhphu
        ​ຕອນ​ເຊົ້າ​ວັນ​ທີ 29/3, ກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ 11 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຊຸດ​ທີ 13 ໄດ້​ປຶກ​ສາ​ຫາ​ລື​ບົດ​ລາຍ​ງານ​ຂອງ​ປະ​ທານ​ປະ​ເທດ, ລັດ​ຖະ​ບານ, ນາ​ຍົກ​ລັດ​ຖະ​ມົນ​ຕີ, ຫົວ​ຫນ້າ​ສານ​ປະ​ຊາ​ຊົນ​ສູງ​ສຸດ, ຫົວ​ຫນ້າ​ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ.
        ເມື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັ​ບ​ບົດ​ລາຍ​ງານ​ອາ​ຍຸ​ການ​ຂອງ​ປະ​ທານ​ປະ​ເທດ, ມີ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຫລາຍ​ທ່ານ​ໄດ້​ຕີ​ລາ​ຄາ​ວ່າ ໃນ 5 ປີ​ຜ່ານ​ມາ, ທ່າ​ນ​ປະ​ທານ​ປະ​ເທດ​ໄດ້​ມີ​ການ​ປະ​ກອບ​ສ່ວນ​ສຳ​ຄັນ​ຫລາຍ​ຢ່າງ​ໃນ​ວິ​ວັດ​ການ​ປະ​ຕິ​ຮູບ​ຕຸ​ລາ​ການ, ໃນ​ວຽກ​ງານ​ການ​ຕ່າງ​ປະ​ເທດ​ກໍ​ຄື​ມີ​ທັດ​ສະ​ນະ​ຢ່າງ​ແຮງ​ໃນ​ບັນ​ຫາ​ຄວາມ​ສະ​ຫງົບ​ປອດ​ໄພ, ການ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ຂອງ​ປະ​ເທດ​ຊາດ.
        ກ່ຽວ​ກັບ​ບົດ​ລາຍ​ງານ​ຂອງ​ລັດ​ຖະ​ບານ, ນາ​ຍົກ​ລັດ​ຖະ​ມົນ​ຕີ, ທ່ານ ເຈີນ​ຢູ​ລີກ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ນະ​ຄອນ​ໂຮ່​ຈິ​ມີນ ຖື​ວ່າ:
        “ລັດ​ຖະ​ບານ​ມີ 3 ຈຸດ​ພົ້ນ​ເດັ່ນ​ຄື: ທີ​ຫນຶ່ງ ລັດ​ຖະ​ບານ​ໄດ້​ຢືດ​ໝັ້ນ 3 ຄາດ​ໝາຍ: ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ, ຕ້ານ​ໄພ​ເງິນ​ເຟີ້, ການ​ເຕີບ​ໂຕ​ເໝາະ​ສົມ, ແກ້​ໄຂ​ບັນ​ຫາ​ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ. ທີ​ສອງ, ຂ້າ​ພະ​ເຈົ້າ​ຕີ​ລາ​ຄາ​ສູງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ໃນ​ການ​ບໍ​ລິ​ຫານ​ກໍ​ຄື​ການ​ກໍ່ສ້າງ​ຂອງ​ລັດ​ຖະ​ບານ. ທີ​ສາມ ຈຸດ​ພົ້ນ​ເດັ່ນ​ຂອງລັດ​ຖະ​ບານໃນ​ອາ​ຍຸ​ການ​ຜ່ານ​ມາ ນັ້ນ​ແມ່ນ​ເຈ​ລະ​ຈາ​ສຳ​ເລັດ​ບັນ​ດາ​ສັນ​ຍາ​ສອງ​ຝ່າຍ​ລຸ້ນ​ໃຫມ່, ຊ່ວຍ​ຍົກ​ສູງ​ທີ່​ຕັ້ງ​ບົດ​ບາດ​ຂອງ​ປະ​ເທດ​ຊາດ​ໃນ​ເວ​ທ​ີ​ສາ​ກົນ.”
 (ແຫຼ່ງຄັດຈາກ VOV)

ການ​ເຈ​ລະ​ຈາ​ຢຸດ​ຍິງ​ຢູ່​ເຂດ​ກາ​ຊາ ໄດ້​ຮັບ​ການ​ຍູ້​ແຮງ

ການ​ເຈ​ລະ​ຈາ​ຢຸດ​ຍິງ​ຢູ່​ເຂດ​ກາ​ຊາ ໄດ້​ຮັບ​ການ​ຍູ້​ແຮງ

ທ່ານ Ibrahim Kalin ຜູ້ອຳນວຍການອົງການສືບຂ່າວແຫ່ງຊາດ ຕວັກກີ ໄດ້ມີການປຶກສາຫາລືຢູ່ນະຄອນ ອານກາຣາ ກັບຄະນະຜູ້ແທນຂັ້ນສູງຂອງຂະບວນການອິດສະລາມ ຮາມາດໂດຍທ່ານ Muhammad Darwish ນຳໜ້າ.

Top