• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາເລືອກຕັ້ງແຫ່ງຊາດ: ອະນຸກຳມະການບຸກຄະລາກອນໂຮມປະຊຸມຄັ້ງທຳອິດ

      ຕອນເຊົ້າວັນທີ 6 ມັງກອນ, ຢູ່ຫໍສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ເຂົ້າຮ່ວມກອງປະຊຸມຄັ້ງທຳອິດ ຂອງອະນຸກຳມະການບຸກຄະລາກອນ, ສະພາເລືອກຕັ້ງແຫ່ງຊາດ.

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແລະ ທ່ານນາງ ຮອງປະທານສະພາແຫ່ງຊາດຫວຽດນາມ
ຕ່ອງທິຟ໊ອງ ເປັນປະທານກອງປະຊຸມ (ພາບ:
TTXVN)
      ທີ່ກອງປະຊຸມ, ບັນດາສະມາຊິກຂອງອະນຸກຳມະການດັ່ງກ່າວ ໄດ້ຮັບຟັງໃບສະເໜີກ່ຽວກັບການຄາດຄະເນ, ຈຳນວນ, ໂຄງສ້າງ, ພາກສ່ວນສະມາຊິກສະພາແຫ່ງຊາດ ຊຸດທີ 15; ໃບສະເໜີກ່ຽວກັບການປະກາດໃຊ້ມະຕິ ວ່າດ້ວຍການແນະນຳກ່ຽວກັບແບບຟອມສະໝັກເລືອກຕັ້ງ, ບັດເລືອກຕັ້ງ ແລະ ແບບຟອມເອກະສານປະເພດຕ່າງໆ ທີ່ນຳໃຊ້ເຂົ້າໃນວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 15 ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026.
        ເນື້ອໃນຂອງກອງປະຊຸມດັ່ງກ່າວ ຈະໄດ້ຍື່ນຕໍ່ກອງປະຊຸມຄະນະປະຈຳສະພາແຫ່ງຊາດຄັ້ງຈະມາເຖິງ; ພາຍຫຼັງທີ່ຄະນະປະຈຳສະພາແຫ່ງຊາດປະກອບຄຳເຫັນແລ້ວ, ອະນຸກຳມະການບຸກຄະລາກອນຈະສືບຕໍ່ຜັນຂະຫຍາຍການສ້າງເອກະສານ, ແນະນຳຜູ້ລົງສະໝັກເລືອກຕັ້ງ, ຄວາມຮັບຜິດຊອບວຽກງານຢ່າງລະອຽດຂອງບັນດາທ້ອງຖິ່ນ.
(ແຫຼ່ງຄັດຈາກ VOV)

ເປີດ​ນຳ​ໃຊ້​ໂຮງ​ງານ​ໄຟ​ຟ້າ LNG ແຫ່ງ​ທຳ​ອິດ​ຂອງ ຫວຽດ​ນາມ: ຕັ້ງ​ພື້ນ​ຖານ​ໃຫ້​ແກ່​ຕະຫຼາດ​ໄຟ​ຟ້າ​ອາຍ​ແກັດ​ຂອງ​ປະ​ເທດ​ຊາດ

ເປີດ​ນຳ​ໃຊ້​ໂຮງ​ງານ​ໄຟ​ຟ້າ LNG ແຫ່ງ​ທຳ​ອິດ​ຂອງ ຫວຽດ​ນາມ: ຕັ້ງ​ພື້ນ​ຖານ​ໃຫ້​ແກ່​ຕະຫຼາດ​ໄຟ​ຟ້າ​ອາຍ​ແກັດ​ຂອງ​ປະ​ເທດ​ຊາດ

ຕອນເຊົ້າວັນທີ 14 ທັນວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີເປີດນຳໃຊ້, ເປີດການບໍລິການການຄ້າສຳລັບໂຮງງານໄຟຟ້າ ເຍິນແຈກ 3 ແລະ ໂຮງງານໄຟຟ້າ ເຊີນແຈກ 4 ຢູ່ແຂວງ ດົ່ງນາຍ.

Top