• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາສູງກາຊັກສະຖານໃຫ້ສັດຕະຍາບັນ FTA ລະຫວ່າງ EAEU ກັບຫວຽດນາມ


ທ່ານ ຫງວຽນເຕີ໋ນຢຸງ ເຊັນສັນຍາການຄ້າເສລີລະຫວ່າງຫວຽດນາມ
ແລະພັນທະມິດເສດຖະກິດອາຊີ-ເອີລົບ (29/5/2015)
(
ພາບ: TTXVN)
​      ເລື່ອງ​ໃຫ້​ສັດຕະຍາບັນ​ສັນຍາ​ການ​ຄ້າ​ເສລີ​ລະຫວ່າງພັນທະ​ມິດ​ເສດຖະກິດ​ອາຊີ - ​ເອີ​ລົບ (EAEU) ກັບ ຫວຽດນາມ ດຳ​ເນີນ​ໃນ​ວັນ​ທີ 11/2, ກ່ອນ​ໜ​້ານັ້ນ, ວັນ​ທີ 29/5/2015 ​ໄດ້​ບັນ​ດາ​ປະ​ເທດ​ສະມາຊິກ EAEU ລວມມີ (ລັດ​ເຊຍ, ​ເບ​ລາຣຸດ, ກາ​ຊັກ​ສະຖານ, ອາ​ເມ​ນີ, ກຽກກີ​ສະຖານ) ​​ໄດ້ເຊັນ​ສັນຍາ​ດັ່ງກ່າວ ກັບ ຫວຽດນາມ ຢູ່ ກາ​ຊັກ​ສະຖານ. ນີ້​ແມ່ນ FTA ທຳ​ອິດ​ຂອງ EAEU ກັບ​ປະ​ເທດ​ໜຶ່ງ. FTA ລະຫວ່າງ EAEU ​ແລະ ຫວຽດນາມ ​ໄດ້​ຮັບ​ຄວາມ​ຫວັງ​ວ່າ ຈະ​ປະກອບສ່ວນ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່ການ​ເຄື່ອນ​ໄຫ​ວດ້ານການ​ຄ້າ ​ແລະ ການ​ລົງທຶນ, ​ເປີດ​ກາລະ​ໂອກາດ​ແລກປ່ຽນ​ດ້ານການຄ້າ​ໃຫ້​ທັງ 2 ຝ່າຍ ​ເມື່ອ​​ສິນຄ້າ​ປະມານ 90% ຈະ​ໄດ້​ຮັບ​ການ​ຫລຸດຜ່ອນ ຫຼື ຍົກ​​ເວັ້ນ​ພາສີ, ​ໃນ​ນັ້ນ ປະ​ເພດ​ສິນຄ້າ​ຖືກ​ຍົ​ກ​ເວັ້ນພາສີ​ແມ່ນ 60% ດ້ວຍ 0 ​ເມື່ອ FTA ມີ​ຜົນ​ສັກສິດ. ຕາມ​ກະຊວງ​ເສ​ດຖະກິດ ກາ​ຊັກ​ສະຖານ ​ແລ້ວ, FTA ດັ່ງກ່າວ ຈະ​ຊ່ວຍ​ປະ​ເທດ​ນີ້ ​ເພີ່ມທະວີ​ການ​ສົ່ງ​ອອກສິນຄ້າ​ໄປ​ຍັງ ຫວຽດນາມ. ປີ 2015 ວົງ​ເງິນ​ການ​ຄ້າ​ລະຫວ່າງ ກາ​ຊັກ​ສະຖານ ​ແລະ ຫວຽດນາມ ບັນລຸ​ໄດ້ 205 ລ້ານ USD.
 (ແຫຼ່ງຄັດຈາກ VOV)

ການນຳພັກ, ລັດເຂົ້າຮ່ວມພິທີປະກາດໂຮມຫົວໜ່ວຍບໍລິຫານຢູ່ທ້ອງຖິ່ນຕ່າງໆ

ການນຳພັກ, ລັດເຂົ້າຮ່ວມພິທີປະກາດໂຮມຫົວໜ່ວຍບໍລິຫານຢູ່ທ້ອງຖິ່ນຕ່າງໆ

ທົ່ວປະເທດ ຫວຽດນາມ ໄດ້ຈັດພິທີປະກາດມະຕິ, ຂໍ້ຕົກລົງສະບັບຕ່າງໆຂອງສູນກາງ ແລະ ທ້ອງຖິ່ນ ກ່ຽວກັບການໂຮມຫົວໜ່ວຍບໍລິຫານຂັ້ນແຂວງ, ຕາແສງ, ສ້າງຕັ້ງອົງການຈັດຕັ້ງພັກ

Top