• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາບໂລກລະບາດໂຄວິດ-19 ຢູ່ຫວຽດນາມ ແລະ ໃນໂລກ

      ໄລ່ຮອດເວລາ 28 ກັນຍາ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ແມ່ນ 33.302.896 ຄົນ, ໃນນັ້ນມີຜູ້ເສຍຊີວິດ 1.002.350 ຄົນ.

(ພາບປະກອບ: suckhoedoisong.vn)
      ຕອນເຊົ້າວັນທີ 28 ກັນຍາ, ຫວຽດນາມ ບໍ່ມີຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່. ມາຮອດປະຈຸບັນ, ແມ່ນຄົບ 26 ມື້ທີ່ຫວຽດນາມ ບໍ່ກວດພົບກໍລະນີຕິດເຊື້ອໂຄວິດ-19 ໃນຊຸມຊົມ. ປະຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 1.074 ຄົນ, ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 999 ຄົນ, ມີຜູ້ເສຍຊີວິດ 35 ຄົນ.
          ໃນລະຫວ່າງວັນທີ 26 – 27 ກັນຍາ, ບັນດາອົງການທີ່ມີໜ້າທີ່, ອົງການຜູ້ຕາງໜ້າຫວຽດນາມ ປະຈຳອາເມລິກາ ແລະ ຍີ່ປຸ່ນ, ພ້ອມກັບບໍລິສັດການບິນແຫ່ງຊາດຫວຽດນາມ ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ຢູ່ປະເທດປະຈຳຖິ່ນ ໄດ້ຈັດສົ່ງພົນລະເມືອງຫວຽດນາມ 350 ຄົນກັບເມືອປະເທດດ້ວຍຄວາມປອດໄພ. ພາຍຫຼັງເຮືອບິນລົງຈອດຢູ່ສະໜາມບິນ ເວີນດົນ, ແຂວງ ກວາງນິງ, ບັນດາຜູ້ໂດຍສານໄດ້ຕິດຕາມອາການສຸຂະພາບ ແລະ ໄດ້ແຍກຕົວຖືກຕ້ອງຕາມຂໍ້ກຳນົດ.
          ສ່ວນຢູ່ໃນໂລກ, ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 28 ກັນຍາ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ແມ່ນ 33.302.896 ຄົນ, ໃນນັ້ນມີຜູ້ເສຍຊີວິດ 1.002.350 ຄົນ. ອາເມລິກາ ຍັງແມ່ນປະເທດມີຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19 ຫຼາຍທີ່ສຸດໃນໂລກເຊິ່ງແມ່ນ 7.321.343 ຄົນ ແລະ ມີຜູ້ເສຍຊີວິດ 209.453 ຄົນ.
          ກໍ່ກ່ຽວຂ້ອງເຖິງຕົ້ນກຳເນີດຂອງໄວຣັດ, ໃນກອງປະຊຸມຂ່າວກ່ຽວກັບໂລກລະບາດໂຄວິດ-19, ທ່ານຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO) Tedros Adhanom Ghebreyesus ໄດ້ຢື່ນຢັນວ່າ ໄວຣັດ ນີ້ “ມີຕົ້ນກຳເນີດຈາກທຳມະຊາດ”. ທ່ານຊີ້ແຈ້ງວ່າ “WHO ມີຄວາມເຊື່ອໝັ້ນຕໍ່ວິທະຍາສາດ ແລະ ຫຼັກຖານຕົວຈິງ, ຍ້ອນເຫດນັ້ນ, ພວກຂ້າພະເຈົ້າຈິ່ງຮຽກຮ້ອງໃຫ້ມີການຊຸກຍູ້ວິທະຍາສາດ, ມາດຕະການແກ້ໄຂ ແລະ ຄວາມສາມັກຄີ.”
 (ແຫຼ່ງຄັດຈາກ VOV)

ສ້າງ​ບາດ​ກ້າ​ວ​ບຸ​ກ​ທະ​ລຸ​ນຳ​ການ​ພົວ​ພັນ ຫວຽດ​ນາມ ອົດ​ສະ​ຕາ​ລີ ພັດ​ທະ​ນາ​ຢ່າງ​ແທດ​ຈິງກວ່າ

ສ້າງ​ບາດ​ກ້າ​ວ​ບຸ​ກ​ທະ​ລຸ​ນຳ​ການ​ພົວ​ພັນ ຫວຽດ​ນາມ ອົດ​ສະ​ຕາ​ລີ ພັດ​ທະ​ນາ​ຢ່າງ​ແທດ​ຈິງກວ່າ

ຫວຽດ​ນາມ ຍາມ​ໃດ​ກໍ່​ຖື ອົດ​ສະ​ຕາ​ລີ​ແມ່ນ​ເພື່ອນ​ມິດ​ທີ່​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ແມ່ນ​ຄູ່​ຮ່ວມ​ມື​ຍຸດ​ທ​ະ​ສາດ​ຮອດ​ບ້ານ​ເຕັມ​ໄປ​ດ້ວຍ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ ແລະ ມີ​ຖາ​ນະ​ບົດ​ບາດ​ທີ່​ນັບ​ມື້​ນັບ​ສູງ​ຂຶ້ນ​ຢູ່​ພາກ​ພື້ນ

Top