
ທ່ານເອກອັກຄະລັດຖະທູດ ທອງສະຫວັນ ພົມວິຫານ ກ່າວຄຳເຫັນທີ່ພິທີ
ຕອນຄ່ຳວັນທີ 29 ພະຈິກ, ເນື່ອງໃນໂອກາດສະເຫຼີມສະຫຼອງ 42 ປີແຫ່ງວັນສະຖາປະນາປະເທດ ສປປ ລາວ (02/12/1975 – 02/12/2017) ແລະ ສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ (05/09/1962 – 05/09/2017), ສະຖານທູດ ລາວ ປະຈຳ ຫວຽດນາມ ໄດ້ຈັດຕັ້ງງານລ້ຽງຂ່ຳນັບຮັບຕ້ອນວັນຊາດ ລາວ ຢ່າງສົມກຽດ.
ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ທອງສະຫວັນ ພົມວິຫານ ໄດ້ແຈ້ງບັນດາໝາກຜົນເຊິ່ງພັກ, ລັດ ແລະ ປະຊາຊົນ ລາວ ບັນລຸໄດ້ໃນຕະຫຼອດ 42 ປີຜ່ານມາ ແລະ ຂອບອົກຂອບໃຈການຊ່ວຍເຫຼືອ ແລະ ການສະໜັບສະໜູນຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ.

ພາບປະກອບ
ໂດຍຕາງໜ້າໃຫ້ພັກ, ລັດ ແລະ ປະຊາຊົນ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີ່ງມີງ ອວຍພອນວັນຊາດລາວ ແລະ ມີຄວາມ ເຊື່ອໝັ້ນວ່າ ໄລຍະຈະມາເຖິງ, ປະຊາຊົນລາວ ຈະສືບຕໍ່ປະຕິບັດມະຕິຂອງກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 10 ຂອງພັກຢ່າງມີໄຊ:
“ໃນຕະຫຼອດ 42 ປີຜ່ານມາ, ພາຍໃຕ້ການຊີ້ນຳນຳພາທີ່ສະຫຼາດສ່ອງໄສຂອງພັກປະຊາຊົນປະຕິວັດລາວ, ປະຊາຊົນລາວ ບັນດາເຜົ່າ ອ້າຍນ້ອງບັນລຸໄດ້ຫຼາຍຜົນງານອັນໃຫຍ່ຫຼວງ, ມີຄວາມໝາຍປະຫວັດສາດ. ເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນໄດ້ຮັບການຮັກສາຢ່າງໜັກແໜ້ນ, ການເມືອງ - ສັງຄົມສະຖຽນລະພາບ. ເສດຖະກິດບັນລຸທ່າເຕີບໂຕດີພໍສົມຄວນ. ໃນຊຸມປີຜ່ານມາ, ຍາມໃດ ລາວ ກໍ່ຢູ່ໃນກຸ່ມບັນດາປະເທດມີລະດັບການເຕີບໂຕເສດຖະກິດສູງສຸດໃນ ອາຊຽນ. ຊີວິດທາງດ້ານວັດຖຸ, ຈິດໃຈຂອງປະຊາຊົນໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ, ປະຊາຊົນລາວ ບັນດາເຜົ່າສາມັກຄີກັນ, ເຊື່ອໝັ້ນເຂົ້າໃນອະນາຄົດຂອງປະເທດຊາດ.”
(ແຫຼ່ງຄັດຈາກ VOV)