• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສປປ.ເກົາຫຼີຖະແຫຼງບໍ່ກັບຄືນສູ່ບັນດາການເຈລະຈາ 6 ຝ່າຍ

      ພຽງຢາງ ຈະບໍ່ກັບຄືນສູ່ບັນດາການເຈລະຈາຫຼາຍຝ່າຍ ຮອດເວລາທີ່ປະເທດນີ້ແກ້ໄຂບັນດາບັນຫາກັບອາເມລິກາ.

ທ່ານນາງຫົວໜ້າກົມອາເມລິກາເໜືອ ຂອງກະຊວງການຕ່າງປະເທດສປປ.ເກົາຫຼີ Choe Son hui
(ພາບ: Guardian/TTXVN)
      ຄຳຖະແຫຼງດັ່ງກ່າວເຊິ່ງທ່ານນາງຫົວໜ້າກົມອາເມລິກາເໜືອ ຂອງກະຊວງການຕ່າງປະເທດສປປ.ເກົາຫຼີ Choe Son hui ຍົກອອກມາໃນເວລາປະຊຸມທີ່ເວທີປາໄສສາກົນກ່ຽວກັບການຫຼຸດຜ່ອນອາວຸດນິວເຄຼຍ ເຊິ່ງຖືກດຳເນີນຢູ່ມົດສະກູ, ປະເທດລັດເຊຍ ໃນວັນທີ 21 ຕຸລາ. ທ່ານນາງ Choe Son hui ໄດ້ກ່າວປະນາມວິກິດການໃນປະຈຸບັນຢູ່ແຫຼມເກົາຫຼີ ແມ່ນຍ້ອນນະໂຍບາຍເປັນປໍລະປັດຂອງອາເມລິກາ ສຳລັບພຽງຢາງ, ພ້ອມທັງຢືນຢັນວ່າ, ປະເທດນີ້ຈະບໍ່ກັບຄືນສູ່ບໍ່ວ່າການເຈະລາຫຼາຍຝ່າຍໃດໆ, ໃນນັ້ນມີບັນດາການເຈລະຈາ 6 ຝ່າຍ, ຮອດຍາມໃດປະເທດນີ້ແກ້ໄຂໄດ້ບັນດາບັນຫາກັບອາເມລິກາ. ພ້ອມກັນນັ້ນ, ເຈົ້າໜ້າທີ່ສປປ.ເກົາຫຼີ ຖະແຫຼງວ່າ, ພຽງຢາງ ຈະສືບຕໍ່ພັດທະນາໂຄງການນິວເຄຼຍ ຖ້າຫາກອາເມລິກາ ບໍ່ປະລະນະໂຍບາຍເປັນປໍລະປັກກັບສປປ.ເກົາຫຼີ.
(ແຫຼ່ງຄັດຈາກ VOV)

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ທ່ານ ພົນຕີ ເລ ກວກ ຮຸ່ງ, ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ, ປະທານກອງປະຊຸມ ຫວຽດນາມ-ລາວ ໃນກຳລັງປ້ອງກັນຄວາມສະຫງົບປະຊາຊົນ, ໄດ້ເຂົ້າຢ້ຽມຢາມ ແລະ ອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ.

Top