• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສປປ.ເກົາຫຼີອາດຈະພັດທະນາລູກສອນໄຟຍິງໄປເຖິງອາເມລິກາໃນ5ປີຈະມາເຖິງ

ພາບ​ປະ​ກອບ
      ໃນ​ຮອບ​ເວ​ລາອີກ 5 ປີ, ສ​ປ​ປ ເກົາຫຼີ  ​ອາດ​ຈະ​ພັດ​ທະ​ນາ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ຂ້າມ​ທະ​ວີບ (ICBM) ​ທີ່​ສາ​ມາດ​ຍິງ​ໄປເຖິງ​​ຜືນ​ແຜນດິນ ອາເມ​ລິ​ກາ ໄດ້. ວັນ​ທີ 17/2, ​ທ່ານ Vladimir Novikhov, ນັກ​ຊ່ຽວ​ຊານ​ໃນ​ຂົງ​ເຂດ​ນິວ​ເຄຼຍ ແລະ ລູ​ກ​ສອນ​ໄຟ ລັດ​ເຊຍ, ​ສັງ​ກັດ​ສູນ​ຄົ້ນ​ຄ້​ວາ​ກະ​ຊວງ​ປ້ອງ​ກັນ​ປະ​ເທ​ດ, ສະ​ຖາ​ບັນ​ຄົ້​ນ​ຄ້​ວາ​ຍຸດ​ທະ​ສາດ ລັດ​ເຊຍ, ໃຫ້​ຮູ້​ວ່າ: ລູກ​ສອນ​ໄຟ Pukguksong – 2 ​ທີ່ ສ​ປ​ປ ເກົາຫຼີ ຍິງ​ເມື່ອ​ວັ​ນ​ທີ 12/2 ແມ່ນ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ໄລ​ຍະ​ກາງ (IRBM). ເຫດ​​ຍິງທົດ​ລອງ​ລູກ​ສອນ​ໄຟ​ນີ້​ແມ່ນ​ບາດ​ກ້າວ​ກະ​ໂດດ​ຂັ້ນ​ອັນ​ໃຫຍ່ກ່ຽວ​ກັບ​ດ້ານ​ເຕັກ​ນິກ ແລະ ການ​ທະ​ຫານ​ຂອງ​ປະ​ເທດນີ້ ທັງເປັນ​ບາດ​ກ້າວ​​ໄລ​ຍະກາງ​ເພື່ອ​ໃຫ້ ພຽງ​ຢາງ ​ຜະ​ລິດ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ຂ້າມ​ທະ​ວີບ (ICBM) ​ທີ່​ສາ​ມາດຈະ​ຍິງ​​ໄປເຖິງ​​ຜືນ​ແຜນ​ດິນ​ຂອງ ອາ​ເມ​ລິ​ກາ ໄດ້. ທ່ານ Novikhov ກໍ່​ຄາດ​ຄະ​ເນວ່າ ​ພາຍ​ໃນ​ເວ​ລາພຽງ​​​ 5 – 7 ປີອີກ, ໂລກ​ຈະ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ປະ​ເທດ​ມະ​ຫາ​​ອຳ​ນາດ​ນິວ​ເຄຼຍ​ກຳ​ມະ​ສິດ​ລູກ​ສອນ​ໄຟ ICBM ນຳ​ໃຊ້​ເຊື້ອ​ເ​ພີງ​ແຂງ. ຖ້າ​ຫາກ​ແນວນັ້ນ, ເລື່ອງ​ຄວບ​ຄຸມ​ສະ​ພາບ​ການ​ຈະ​ຫຍຸ້ງ​ຍາກ​ກ່​ວາ​ຫຼາຍເມື່ອ​ທຽບ​ໃສ່​ປະ​ຈຸ​ບັນ.
 (ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top