• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວຽກ​ງານ​ກະ​ກຽມ​ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XV ໄດ້​ດຳ​ເນີນ​ຢ່າງ​ມີ​ປະ​ຊາ​ທິ​ປະ​ໄຕ ແລະ ຖືກ​ຕ້ອງ​ຕາມ​ຄວາມ​ຄືບ​ໜ້າ

ທ່ານ ຫງວຽນແຫ້ງຟຸກ ກຳມະການສະພາເລືອກຕັ້ງແຫ່ງຊາດ, ຫົວໜ້າຫ້ອງການສະພາເລືອກຕັ້ງແຫ່ງຊາດ ຫວຽດນາມ ໄດ້ສະເໜີບົດລາຍງານໝາກຜົນຂອງການຜັນຂະຫຍາຍວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026.
ທ່ານ ຫງວຽນແຫ້ງຟຸກ ກຳມະການສະພາເລືອກຕັ້ງແຫ່ງຊາດ, ຫົວໜ້າຫ້ອງການສະພາເລືອກຕັ້ງແຫ່ງຊາດ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: quochoi.vn)

ຕອນເຊົ້າວັນທີ 25 ມີນາ, ໃນຂອບເຂດກອງປະຊຸມຄັ້ງທີ 11, ສະພາແຫ່ງຊາດຊຸດທີ XIV, ທ່ານ ຫງວຽນແຫ້ງຟຸກ ກຳມະການສະພາເລືອກຕັ້ງແຫ່ງຊາດ, ຫົວໜ້າຫ້ອງການສະພາເລືອກຕັ້ງແຫ່ງຊາດ ຫວຽດນາມ ໄດ້ສະເໜີບົດລາຍງານໝາກຜົນຂອງການຜັນຂະຫຍາຍວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026.

ຕາມນັ້ນແລ້ວ, ສະພາເລືອກຕັ້ງ ແຫ່ງຊາດ ໄດ້ຮີບດ່ວນຜັນຂະຫຍາຍວຽກງານຈັດຕັ້ງການເລືອກຕັ້ງສະມາຊິກສະພາແຫ່ງຊາດ, ຊີ້ນຳ, ແນະນຳວຽກງານເລືອກຕັ້ງສະມາຊິກສະພາປະຊາຊົນທຸກຂັ້ນຢ່າງຖືກຕ້ອງຕາມຂໍ້ກຳນົດຂອງກົດໝາຍ, ຕາມຄວາມຄືບໜ້າທີ່ວາງອອກ, ແກ້ໄຂບັນດາບັນຫາເກີດຂຶ້ນກະທັນຫັນຢ່າງທັນການ ເພື່ອຮັບປະກັນການເລືອກຕັ້ງໃຫ້ປະສົບຜົນສຳເລັດຢ່າງຈົບງາມ. ທ່ານ ກ່າວວ່າ:

ວຽກງານກະກຽມບຸກຄະລາກອນເຂົ້າຮ່ວມການຮັບສະໝັກເລືອກຕັ້ງ ໄດ້ດຳເນີນຢ່າງລະມັດລະວັງ, ຮັບປະກັນຖືກຕ້ອງຕາມວິວັດການຄັດເລືອກ, ສະເໜີຜູ້ຮັບສະໝັກເລືອກຕັ້ງ. ໃນວິວັດການອົງການໄດ້ຈັດແບ່ງໂຄງປະກອບສະມາຊິກສະພາແຫ່ງຊາດ, ສະພາປະຊາຊົນທຸກຂັ້ນໃຫ້ສົມດຸນ ແລະ ເໝາະສົມ, ເອົາໃຈໃສ່ເຖິງການຮັບປະກັນອັດຕາຜູ້ຮັບສະໝັກເລືອກຕັ້ງເພດຍິງ, ຊາວໜຸ່ມ, ຜູ້ບໍ່ແມ່ນສະມາຊິກພັກ, ຊາວຊົນເຜົ່າສ່ວນໜ້ອຍ, ຜູ້ມີລະດັບຄວາມຮູ້ສູງ ແລະ ຜູ້ຕາງໜ້າໃຫ້ແກ່ບັນດາພາກສ່ວນໃນສັງຄົມ.

        ເພື່ອຮັບປະກັນລັກສະນະປະຊາທິປະໄຕ ແລະ ຖືກຕ້ອງຕາມກົດໝາຍຂອງ ການເລືອກຕັ້ງ, ອົງການທີ່ມີໜ້າທີ່ຄວາມຮັບຜິດຊອບກໍ່ຈັດບັນດາຄະນະຕິດຕາມກວດກາໄປຍັງ 16 ແຂວງ, ນະຄອນຂຶ້ນກັບສູນກາງ ເພື່ອຕິດຕາມກວດກາ ວຽກງານເລືອກຕັ້ງຄັ້ງນີ້.

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top