• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວົງການນັກຊ່ຽວຊານຂອງ ອາເມລິກາ ຕີລາຄາກ່ຽວກັບຄວາມໝາຍຢ່າງຕັ້ງໜ້າຂອງການເຈລະຈາຂັ້ນສູງ ອາເມລິກາ - ຈີນ

ຫາງສຽງອາເມລິກາ ເປັນຕົ້ນແມ່ນວົງການນັກຮຽນຮູ້ທີ່ມີຊື່ສຽງມີຄວາມສົນໃຈເປັນພິເສດເຖິງການເຈລະຈາລະຫວ່າງເຈົ້າໜ້າທີ່ຂັ້ນສູງຂອງ ອາເມລິກາ - ຈີນ ຢູ່ ອາລັດສະກາ ທີ່ສິ້ນສຸດລົງເມື່ອວັນທີ 19 ມີນາ.
ການເຈລະຈາລະຫວ່າງເຈົ້າໜ້າທີ່ຂັ້ນສູງຂອງ ອາເມລິກາ - ຈີນຢູ່ ອາລັດສະກາ

ນີ້ແມ່ນການພົບປະຄັ້ງສຳຄັນຄັ້ງທຳອິດລະຫວ່າງການນຳສອງປະເທດໃນສະໄໝອຳນາດການປົກປົກຄອງຂອງປະທານາທິບໍດີຂອງໂຈໄບເດນ ພາຍຫຼັງການພົວພັນສອງຝ່າຍຖືກຕົກຕ່ຳລົງໃນລະດັບຕ່ຳສຸດໃນໄລຍະ 4 ປີ.

     ທ່ານນາງ ເອຣີຊາແບັດເຟຣັນລາຣຸດ ສາດສະດາຈານວິທະຍາສາດການເມືອງແລະບັນດາບັນຫາສາກົນສັງກັດມະຫາວິທະຍາໄລ ມາຣີວໍຊິງຕັນ ຖືວ່າ ອາເມລິກາ ແລະ ຈີນຄວນມີການເຈລະຈາໂດຍກົງເພື່ອອາດຈະຖ່າຍທອດສານໃຫ້ກັນຢ່າງຈິງໃຈ. ການເຈລະຈາໄດ້ນຳມາເຊິ່ງກາລະໂອກາດ ເພື່ອໃຫ້ສອງຝ່າຍພ້ອມກັນຕີລາຄາກ່ຽວກັບການພົວພັນສອງຝ່າຍຢ່າຍເຂັ້ມງວດ.

      ສ່ວນນັກຊ່ຽວຊານດານີແອນຣຸດແຊວ ຮອງປະທານຮັບຜິດຊອບບັນຫາຄວາມໝັ້ນຄົງສາກົນແລະ ການທູດສັງກັດສະຖາບັນນະໂຍບາຍສັງຄົມອາຊີໄດ້ສະແດງຄວາມຫວັງວ່າການເຈລະຈາຈະແມ່ນບາດກ້າວເດີນທຳອິດ ບົນເສັ້ນທາງມຸ່ງໄປສູ່ສາຍພົວພັນທີ່ມີລັກສະນະສ້າງສັນ ມີຄວາມກ້ຳເກິ່ງກວ່າລະຫວ່າງອາເມລິກາ ແລະ ຈີນ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ​ເປັນ​ປະ​ທານກອງ​ປະ​ຊຸມ​ຄະ​ນະ​ຊີ້​ນຳ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ, ຫັນ​ເປັນ​ດີ​ຈີ​ຕອນ ແລະ ແຜນ​ຮ່າງ 06

ນາ​ຍົກ​ລັດ​ຖະ​ມົນ​ຕີ​ເປັນ​ປະ​ທານກອງ​ປະ​ຊຸມ​ຄະ​ນະ​ຊີ້​ນຳ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ, ຫັນ​ເປັນ​ດີ​ຈີ​ຕອນ ແລະ ແຜນ​ຮ່າງ 06

ຕອນບ່າຍວັນທີ 28 ມີນາ, ຢູ່ຮ່າໂນ້ຍ, ທ່ານນາຍົກກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳຂອງລັດຖະບານກ່ຽວກັບການພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ, ຫັນເປັນດີຈີຕອນ ແລະ ແຜນຮ່າງ 06, ໄດ້ເປັນປະທານກອງປະຊຸມຄັ້ງທີ 2 ປີ 2026 ຂອງຄະນະຊີ້ນຳ. ວາລະປະຊຸມຖືກຈັດຂຶ້ນຕາມຮູບແບບເຊິ່ງໜ້າຢູ່ສຳນັກງານລັດຖະບານຢູ່ ຮ່າໂນ້ຍ, ສົມທົບກັບທາງໄກ ກັບຄະນະຊີ້ນຳຂອງບັນດາແຂວງ, ນະຄອນ.

Top