• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວິສາຫະກິດ ອາເມລິກາພ້ອມແລ້ວທີ່ຈະຮ່ວມມືກັບຫວຽດນາມ ແລະ ບັນດາປະເທດໃນພາກພື້ນໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ແລະ ຟື້ນຟູເສດຖະກິດ

      ວັນທີ 16 ເມສາ, ຢູ່ນະຄອນຫຼວງ ວໍຊິງຕັນ, ທ່ານຮ່າກິມງອກ ເອກອັກຄະລັດຖະທູດ ອາເມລິກາປະຈຳ ຫວຽດນາມ ໄດ້ເຂົ້າຮ່ວມການໂອ້ລົມສົນທະນາທາງອອນລາຍໂດຍທ່ານ Myron brillian ຮອງປະທານປະສານງານຫ້ອງການການຄ້າ ອາເມລິກາ (USCC) ເປັນປະທານ.

ການໂອ້ລົມສົນທະນາທາງອອນລາຍ(ພາບ: TTXVN) 
      ເຂົ້າຮ່ວມການໂອ້ລົມສົນທະນາຍັງມີເອກອັກຄະລັດຖະທູດບັນດາປະເທດ ສິງກະໂປ, ມາເລເຊຍ, ອົດສະຕາລີ ແລະ ອັກຄະລັດຖະທູດອິນໂດເນເຊຍ ແລະ ຜູ້ຕາງໜ້າບັນດາວິສາຫະກິດໃຫຍ່ເກືອບ 50 ແຫ່ງຂອງ ອາເມລິກາໃນຂົງເຂດການເງິນ, ສາທາລະນະສຸກ, ການຢາ, ເຕັກໂນໂລຢີ, ພະລັງງານ…
            ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານຮ່າກິມງັອກຖືວ່າ ເຖິງວ່າເກີດສິ່ງທ້າທາຍທີ່ບໍ່ເຄີຍມີມາກ່ອນກໍ່ຕາມ, ແຕ່ ໂລກລະບາດ Covid – 19 ກໍ່ແມ່ນກາລະໂອກາດເພື່ອເພີ່ມທະວີການພົວພັນຄູ່ຮ່ວມມື, ຊຸກຍູ້ການຮ່ວມມືສາກົນ, ພ້ອມກັນຮັບມືກັບບັນຫາຂ້າມຊາດ.
            ທ່ານກໍ່ເນັ້ນໜັກວ່າ ລັດຖະບານ ຫວຽດນາມເອົາໃຈໃສ່ທີ່ສຸດເຖິງການຮັກສາການເຄື່ອນໄຫວເປັນປົກກະຕິຂອງບັນດາວິສາຫະກິດ  ແລະ ປາດຖະໜາຢາກໃຫ້ວິສາຫະກິດອາເມລິກາສືບຕໍ່ຮ່ວມເດີນທາງກັບລັດຖະບານ ແລະ ປະຊາຊົນ ຫວຽດນາມໃນບັ້ນຕໍ່ສູ້ກັບໂລກລະບາດ Covid -19 ແລະ ພັດທະນາເສດຖະກິດ - ສັງຄົມ, ສືບຕໍ່ລົງທຶນຢູ່ ຫວຽດນາມ ແລະ ພາກພື້ນເພື່ອພ້ອມກັນກຳໄດ້ກາລະໂອກາດຢ່າງກ້ວາງຂວາງເມື່ອ ຄວບຄຸມໂລກລະບາດໄດ້.
            ຕໍ່ກັບຂໍ້ສະເໜີຂອງທ່ານ ຮ່າກິມງອັກກ່ຽວກັບເລື່ອງເພີ່ມທະວີການຮ່ວມມືໃນຂົງເຂດສາທາລະນະສຸກ - ການຢາ, ທ່ານ Patrick Kilbride ຮອງປະທານ USCC ຜູ້ຮັບຜິດຊອບສູນປະດິດຄິດສ້າງທົ່ວໂລກໃຫ້ຮູ້ວ່າ ບັນດາວິສາຫະກິດ ອາເມລິກາພ້ອມແລ້ວທີ່ຈະເຂົ້າຮ່ວມການພົວພັນຄູ່ຮ່ວມມືພາກລັດ - ເອກະຊົນ ກັບລັດຖະບານປະເທດຕ່າງໆໃນການເຄື່ອນໄຫວຜະລິດການຢາ, ບັນດາອຸປະກອນປ້ອງກັນ ກໍ່ຄືວຽກງານການສື່ສານກ່ຽວກັບໂລກລະບາດ Covid -19 ໃຫ້ແກ່ປະຊາຄົມ.
 (ແຫຼ່ງຄັດຈາກ VOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top