• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວິສາຫະກິດຫວຽດນາມເຂົ້າຮ່ວມງານຕະຫຼາດນັດຢູ່ຮົ່ງກົງແລະການາດາ

      ມີຮ້ານວາງສະແດງຂອງເກືອບ 40 ວິສາຫະກິດຫວຽດນາມ ທີ່ພວມເຂົ້າຮ່ວມງານຕະຫຼາດນັດວາງສະແດງ MEGA Show Hong Kong 2017 ຖືກດຳເນີນຢູ່ສູນກອງປະຊຸມ - ວາງສະແດງສາກົນ, ເຂດປົກຄອງພິເສດຮົ່ງກົງ, ປະເທດຈີນ ໃນລະຫວ່າງວັນທີ 20 – 21 ຕຸລາ.

(ພາບປະກອບ: Vietnam+)
      ທີ່ງານຕະຫຼາດນັດຄັ້ງນີ້, ບັນດາວິສາຫະກິດຫວຽດນາມ ໄດ້ວາງສະແດງ, ແນະນຳເຖິງລູກຄ້າ ແລະ ຜູ້ອຸປະໂພກບໍລິໂພກສາກົນ ບັນດາປະເພດສິນຄ້າຄື: ເຄື່ອງເຟີລີເຈີ, ເຄື່ອງໃຊ້ໃນຄອບຄົວທີ່ຜະລິດຈາກແຫຼ່ງວັດຖຸດິບທຳມະຊາດ…
        ຢູ່ການາດາ, ກໍ່ໃນລະຫວ່າງວັນທີ 20 – 23 ຕຸລາ, ສະຖານທູດຫວຽດນາມ ປະຈຳ ການາດາ ໄດ້ເຂົ້າຮ່ວມງານຕະຫຼາດນັດທ່ອງທ່ຽວສາກົນ Montreal ຄັ້ງທີ 29, ເຊິ່ງໄດ້ຈັດຕັ້ງຢູ່ສູນວາງສະແດງ ແລະ ກອງປະຊຸມ Place Bonaventure ຢູ່ນະຄອນ Montreal, ແຂວງ Quebec. ນີ້ແມ່ນໜຶ່ງໃນບັນດາງານຕະຫຼາດນັດທ່ອງທ່ຽວປະຈຳປີທີ່ມີອິດທິພົນຊື່ສຽງ ແລະ ມືອຳຊີບທີ່ມີຂອບຂະໜາດໃຫຍ່ຢູ່ເຂດອາເມລິກາເໜືອ. 2 ຮ້ານວາງສະແດງຂອງຫວຽດນາມ ໄດ້ວາງສະແດງບັນດາເອກະສານເຊິ່ງຜູ້ມາຢ້ຽມຊົມນິຍົມຄື “ຫວຽດນາມ ຄວາມຮັກຂອງຂ້ອຍ”, “ຫວຽດນາມ ແຫ່ງບ້ານເກີດເມືອງນອນຂອງຂ້ອຍ” “ຄວາມງາມມະຫັດສະຈັນຂອງຫວຽດນາມ” ແລະ ບັນດາເຄື່ອງຂອງທີ່ເຂັ້ມຂົ້ນໄປດ້ວຍສີສັນຂອງຫວຽດນາມ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ເຂົ້າ​ຮ່ວມ​ເທດ​ສະ​ການວັດ​ທະ​ນະ​ທຳ ແລະ ອາ​ຫານ​ການ​ກິນ ອາ​ຊຽນ 2025 ຢູ່ ອິນ​ເດຍ

ຫວຽດ​ນາມ ເຂົ້າ​ຮ່ວມ​ເທດ​ສະ​ການວັດ​ທະ​ນະ​ທຳ ແລະ ອາ​ຫານ​ການ​ກິນ ອາ​ຊຽນ 2025 ຢູ່ ອິນ​ເດຍ

ຕອນບ່າຍວັນທີ 11 ຕຸລາ, ເທດສະການວັດທະນະທຳ ແລະ ອາຫານການກິນ ອາຊຽນ 2025 (ASEAN Bazaar 2025) ໄດ້ດຳເນີນຢູ່ນະຄອນຫຼວງ New Delhi ຂອງ ອິນເດຍ.

Top