
(ວິສາຫະກິດຫວຽດມອບຂອງຂວັນໃຫ້ຊາວຫວຽດນາມແລະຄົນທຸກຍາກຢູ່ກຳປູເຈຍ)
ກຸ່ມບໍລິສັດ Golden Land ໄດ້ມອບຂອງຂວັນ 400 ພູດ ປະກອບດ້ວຍສິ່ງຂອງບາງຢ່າງທີ່ຈຳເປັນໃຫ້ບັນດາຄອບຄົວ ຊາວກຳປູເຈຍເຊື້ອຊາດຫວຽດນາມ ແລະ ຄົນກຳປູເຈຍທຸກຍາກທີ່ພວມດຳລົງຊີວິດຢູ່ນະຄອນຫຼວງພະນົມເປັນ. ທ່ານ ນາງ ຫງວຽນທິລວານ, ແມ່ນຊາວກຳປູເຈຍເຊື້ອຊາດຫວຽດນາມຜູ້ໄດ້ຮັບຂອງຂວັນ ເວົ້າວ່າ:
“ພວກຂ້າພະເຈົ້າດີໃຈຫຼາຍ ທີ່ໄດ້ຮັບຂອງຂວັນຈາກ ບໍລິສັດ Golden Land, ຂໍຂອບໃຈຄະນະ, ສະມາຄົມໃຫຍ່ ແລະ ສະມາຄົມ ທີ່ໄດ້ຊ່ວຍໜູນໃຫ້ຊາວຫວຽດນາມອາໄສຢູ່ກຳປູເຈຍ, ກໍ່ຄືຊາວກຳປູເຈຍປະສົບຄວາມຫຍຸ້ງຍາກອີກ. ອັນໄດ້ສະແດງໃຫ້ເຫັນນໍ້າໃຈສາມັກຄີລະຫວ່າງປະຊາຊົນສອງປະເທດ”.ບໍລິສັດ Golden Land ກໍ່ຄືວິສາຫະກິດ ຫວຽດນາມ ຫຼາຍແຫ່ງທີ່ພວມລົງທຶນ, ດຳເນີນທຸລະກິດ ຢູ່ກຳປູເຈຍ ບໍ່ພຽງແຕ່ເພື່ອຈຸດໝາຍຫາຜົນກຳໄລເທົ່ານັ້ນ, ຫາກຍັງປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ເສດຖະກິດ ກຳປູເຈຍ. ຄຽງຂ້າງນັ້ນ, ຫຼາຍບໍລິສັດຍັງຈັດຕັ້ງບັນດາການເຄື່ອນໄຫວສັງຄົມ, ກຸສົນເປັນປະຈຳ, ປະກອບສ່ວນຮັບປະກັນຄວາມສະຫງົບໃນສັງຄົມ ແລະ ທ້ອງຖິ່ນ.
(ແຫຼ່ງຄັດຈາກ VOV)