• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວາລະປະຊຸມນັດສາມັນຂອງລັດຖະບານ ເດືອນ 7

      ສືບຕໍ່ລາຍການວາລະປະຊຸມນັດສາມັນຂອງລັດຖະບານ ເດືອນ 7, ໃນຕອນບ່າຍວັນທີ 3/8, ບັນດາສະມາຊິກລັດຖະບານໄດ້ປຶກສາຫາລືກ່ຽວກັບສະພາບເສດຖະກິດສັງຄົມ ໃນເດືອນ 7 ແລະ 7 ເດືອນ ຕົ້ນປີ 2017.

ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ (ພາບ: baochinhphu.vn)
      ກ່າວຄຳເຫັນສະຫຼຸບວາລະປະຊຸມ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ສະເໜີ ບັນດາລັດຖະມົນຕີ, ປະທານຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນໃກ້ຊິດຕິດແທດກັບບັນດາຄາດໝາຍ, ຕົວເລກຄາດໝາຍທີ່ໄດ້ຮັບມອບໝາຍ; ເພີ່ມທະວີການປະຕິບັດ, ລະບຽບວິໃນ ແລະ ຄວາມຮັບຜິດຊອບຂອງຜູ້ນຳໜ້າ; ສືບຕໍ່ແກ້ໄຂຄວາມຫຍຸ້ງຍາກ, ຊຸກຍູ້ການຜະລິດດຳເນີນທຸລະກິດ, ປົວແປງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ ແລະ ຕັດສິນໃຈກໍ່ສ້າງລະບົບບໍລິຫານສ້າງສັນ, ຮັບໃຊ້. ໃສ່ໃຈເຖິງການຍົກສູງຄຸນນະພາບນະໂຍບາຍ, ມີປະຕິກິລິຍາຕໍ່ນະໂຍບາຍຢ່າງທັນການ ແລະ ສະເໝີຕົ້ນສະເໝີປາຍ, ທ່ານ ນາຍົກລັດຖະມົນຕີ ເນັ້ນໜັກຄາດໝາຍສືບຕໍ່ຄວບຄຸມໄພເງີນເຟີ້, ຄວບຄຸນເສດຖະກິດມະຫາພາກໃຫ້ເປັນປົກກະຕິ ແລະ ຊຸກຍູ້ເຕີບໂຕໃຫ້ບັນລຸແຜນການທີ່ໄດ້ວາງອອກ. ທີ່ວາລະປະຊຸມ, ທ່ານ ນາຍົກລັດຖະມົນຕີ ໄດ້ມອບໜ້າທີ່ລະອຽດໃຫ້ບັນດາກະຊວງ, ຂະແໜງການ. ທ່ານ ນາຍົກລັດຖະມົນຕີ ກໍ່ຮຽກຮ້ອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຜັນຂະຫຍາຍບັນດາຊ່ອງເຈລະຈາ, ແກ້ໄຂຂໍ້ມູນຂ່າວສານສ່ອງແສງຂອງປະຊາຊົນ, ວິສາຫະກິດຜ່ານບັນດາປະຕູຖານຂໍ້ມູນຂອງກະຊວງ, ຂອງລັດຖະບານ.
(ແຫຼ່ງຄັດຈາກ VOV)

ອັດ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10 ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 15

ອັດ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10 ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 15

ພາຍຫຼັງໄດ້ດຳເນີນເປັນເວລາ 40 ວັນຢູ່ຫໍ່ປະຊຸມສະພາແຫ່ງຊາດຢູ່ນະຄອນຫຼວງ ຮ່າໂນ້ຍ, ຕອນບ່າຍວັນທີ 11 ທັນວາ, ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 ໄດ້ຈັດວາລະອັດກອງປະຊຸມ.

Top