• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວັນວັດທະນະທຳຫວຽດນາມຢູ່ສາທາລະນະລັດອົດຕາລິດ

      ວັນວັດທະນະທຳຫວຽດນາມ ຢູ່ ອົດຕາລິດ ໄດ້ໄຂຂຶ້ນໃນຕອນຄ່ຳວັນທີ 3 ກໍລະກົດ. ກ່າວຄຳເຫັນທີ່ພິທີໄຂ, ທ່ານ ຫວູວຽດແອງ, ເອກອັກຄະລັດຖະທູດ ຫວຽດນາມ ຢູ່ ອົດຕາລິດ ໄດ້ເນັ້ນຫນັກວ່າ ໃນ 45 ປີຜ່ານມາ, ການພົວພັນມິດຕະພາບ ຫວຽດນາມ - ອົດຕາລິດ ໄດ້ພັດທະນາຢ່າງ ລຽນຕິດ ແລະ ບັນລຸໄດ້ຜົນງານຫລາຍຢ່າງອັນດີງາມ, ເປັນຕົ້ນໃນຂົງເຂດເສດຖະກິດ ການຄ້າ. 

ບັນດາຜູ້ແທນເຂົ້າຢ້ຽມຊົມການວາງສະແດງ
      ອົດຕາລິດ ໄດ້ກາຍເປັນຄູ່ຮ່ວມມືດ້ານການຄ້າໃຫຍ່ອັນດັບ 5 ຂອງຫວຽດນາມ ໃນສະຫະພາບເອີລົບ (EU) ດ້ວຍວົງເງິນການຄ້າສອງສົ້ນປີ 2016 ແມ່ນ 3 ຕື້ USD. ທ່ານເລແຄງຫາຍ,ໃນມື້ວັດທະນະທຳ ນີ້ ໄດ້ວາງສະແດງພາບຖ່າຍ 300 ແຜ່ນ ດ້ວຍຫົວເລື່ອງ: “ຫວຽດນາມ - ຈຸດນັດພົບຂອງໂລກປີ 2017”. ສິ່ງທີ່ພົ້ນເດັ່ນໃນການວາງສະແດງແມ່ນ ພາບຖ່າຍກ່ຽວກັບຄວາມງາມຂອງທະເລໝູ່ເກາະຫວຽດນາມ ດ້ວຍບັນດາຮູບພາບທີ່ມີຊີວິດຊີວາກ່ຽວກັບຊີວິດຂອງບັນດານັກຮົບ ແລະ ປະຊາຊົນຫວຽດນາມ ຢູ່ ໝູ່ເກາະເຈື່ອງຊາ, ບັນດາເກາະ ລີເຊີນ, ຟູກວກ. 
 (ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຮັບຫຼຽນໄຊ​ອັນ​ສູງ​ສົ່ງ​ຂອງ​ລາ​ຊະ​ອາ​ນາ​ຈັກ ແດນ​ມາກ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຮັບຫຼຽນໄຊ​ອັນ​ສູງ​ສົ່ງ​ຂອງ​ລາ​ຊະ​ອາ​ນາ​ຈັກ ແດນ​ມາກ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທ​ານ​ປະ​ເທດ ໂຕ​ເລິມ ສະ​ແດງ​ຄວາມ​ຫວັງ​ຢ່າງ​ຍິງວ່າ ຢາກ​ສະ​ຫງວນ​ຄວາມ​ເປັນ​ກຽດ​ອັນ​ຍິ່ງ​ໃຫຍ່​ນີ້​ໃຫ້​ປະ​ຊາ​ຊົນ ຫວຽດ​ນາມ, ໃຫ້​ລຸ້ນ​ຄົນ ຫວຽດ​ນາມ ແລະ ແດນ​ມາກທີ່​ຕັ້ງ​ພື້​ນ​ຖານ, ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ມິດ​ຕະ​ພາບ​ໃນ​ຕະຫຼອດ​ໄລ​ຍະ 55 ປີ​ຜ່ານ​ມາ.

Top