• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວັນບຸນວັດທະນະທຳ Carnaval ຮະລອງ ລະດູໜາວດຳເນີນໄປຢ່າງຟົດຟື້ນ

ເຫດການໂດຍຄະນະກຳມະການປະຊາຊົນນະຄອນຮະລອງ ສົມທົບກັບກຸ່ມບໍລິສັດ ຕ່ວນເຈົາ ຈັດຕັ້ງເພື່ອແນໃສ່ຕ້ອນຮັບປີໃໝ່ສາກົນ 2021.

(ວັນບຸນສີສັນຕ່ວນເຈົາ-ຮະລອງ 2021)

ຕອນບ່າຍວັນທີ 01 ມັງກອນ, ຢູ່ເຂດທ່ອງທ່ຽວສາກົນ ຕ່ວນເຈົາ, ນະຄອນຮະລອງ, ແຂວງ ກວາງນິງ, ໄດ້ດຳເນີນວັນບຸນສີສັນຕ່ວນເຈົາ-ຮະລອງ 2021. ເຫດການໂດຍຄະນະກຳມະການປະຊາຊົນນະຄອນຮະລອງ ສົມທົບກັບກຸ່ມບໍລິສັດ ຕ່ວນເຈົາ ຈັດຕັ້ງເພື່ອແນໃສ່ຕ້ອນຮັບປີໃໝ່ສາກົນ 2021.

        ມີນັກສະແດງ ແລະ ນັກເຕັ້ນລຳກວ່າ 1000 ຄົນໄດ້ສະແດງຢູ່ຕາມຖະໜົນ ງອັກເຈົາ, ຕາແສງ ຕ່ວນເຈົາ. ພ້ອມກັບບັນດາລົດໃຫຍ່ທີ່ປະດັບເອ້ດ້ວຍດອກໄມ້ນັ້ນ, ຢູ່ທະເລກໍ່ມີກ່ຳປັ່ນທ່ອງທ່ອງທ່ຽວ 100 ລຳ ພ້ອມກັບການສະແດງຂອງເຮືອບິນເຫາະເວີ່ນໜ້ານ້ຳ, ເຮືອບິນເອລີກອບເຕີ, ການໂດດຈ້ອງເວີ່ນເວຫາ ໄດ້ນຳມາເຊິ່ງຄວາມປະທັບໃຈຕໍ່ປະຊາຊົນ ແລະ ນັກທ່ອງທ່ຽວ. ທ່ານ ຫງວຽນງອັກເຊີນ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ຮະລອງ ແບ່ງປັນວ່າ.

        “ນະຄອນຮະລອງ ມີແນວຄວາມຄິດທີ່ວ່າ, ນອກຈາກການຈັດຕັ້ງ Carnaval ຮະລອງ ເຊິ່ງໄດ້ຈັດຂຶ້ນປະຈຳປີໃນລະດູແລ້ງແລ້ວ, ພວກຂ້າພະເຈົ້າຍັງຈະຈັດຕັ້ງບັນດາເຫດການວັດທະນະທຳໃນລະດູທີ່ບໍ່ແມ່ນລະດູທ່ອງທ່ຽວ ຄືເຫດການສີສັນ ຕ່ວນເຈົາ ໃນມື້ນີ້. ນີ້ແມ່ນເຫດການປະຈຳປີເພື່ອແນໃສ່ດຶງດູດນັກທ່ອງທ່ຽວໃນລະດູທີ່ບໍ່ແມ່ນລະດູທ່ອງທ່ຽວ, ເພື່ອໃຫ້ນັກທ່ອງທ່ຽວສາມາດມາທ່ຽວຢູ່ຮະລອງ ໄດ້ຕະຫຼອດປີ.”

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ໃນໄລຍະຜ່ານມາ ຫວຽດນາມ ຍາມໃດກໍ່ຢຶດໝັ້ນກັບນະໂຍບາຍການຕ່າງປະເທດເປັນເອກະລາດ, ເປັນເຈົ້າຕອນເອງ, ສັນຕິພາບ, ການຮ່ວມມື ແລະ ພັດທະນາ, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງ.

Top