
ກ່າວຄຳເຫັນຢູ່ພິທີ, ທ່ານ ນາງ ວູຕູແອວງ, ທີ່ປືກສາສະຖານທູດ ຫວຽດນາມປະຈຳ ລາວ, ເນັ້ນໜັກວ່າໂຄງການກໍ່ສ້າງໄດ້ສະແດງໃຫ້ເຫັນຄວາມຕັດສີນໃຈຂອງການນຳຂອງສອງພັກ, ສອງລັດ ທີ່ມີຕໍ່ພາລະກິດການສຶກສາ ແລະ ການພັດທະນາແຫຼ່ງຊັບພະຍາກອນມະນຸດຂອງປະເທດລາວເວົ້າລວມ, ຂອງ ແຂວງຄຳມ່ວນ ເວົ້າສະເພາະ. ຂອງຂວັນນີ້ແມ່ນການຝາກຝັງຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມຫວັງຂອງການນຳພັກ, ລັດ ຫວຽດນາມ ຕໍ່ລຸ້ນໜຸ່ມຂອງລາວ ຫວັງວ່າລຸ້ນໜຸ່ມນີ້ຈະໄດ້ປະກອບຄວາມຮູ້ດີທີ່ສຸດເພື່ອສ້າງສາປະເທດລາວ, ສືບຕໍ່ຮັກສາ ແລະ ເພີ່ມພູນຄູນສ້າງໃຫ້ແກ່ການພົວພັນມິດຕະພາບ ແລະ ນໍ້າໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ.
ສ່ວນຝ່າຍລາວ, ທ່ານວັນໄຊ ພົງສະຫວັນ ເລຂາພັກແຂວງ, ເຈົ້າແຂວງໆຄຳມ່ວນ ເນັ້ນໜັກວ່ານີ້ແມນໂຄງການສຳຄັນໃນການພັດທະນາ ແລະ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ ແຂວງຄຳມ່ວນຊຶ່ງ ໄດ້ກໍ່ສ້າງໃນເນື້ອທີ່ 3,7 ເຮັກຕາ, ໂຮຽຮຽນແຫ່ງນີ້ ຈະເປັນໂຮຽຮຽນແຫ່ງທຳອິດຢູ່ ແຂວງຄຳມ່ວນ ທັງຮຽນ ແລະ ທັງສອນວິຊາຊີບໄປພ້ອມໆກັນ.
(ແຫຼ່ງຄັດຈາກ VOV)