• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາວສະຫຼຸບ10ປີ ິແຫ່ງການຮ່ວມມືພັດທະນາເຂດຊາຍແດນກັບ ຫວຽດນາມ

ລາວສະຫຼຸບ10ປີິແຫ່ງການຮ່ວມມືພັດທະນາເຂດຊາຍແດນກັບຫວຽດນາມ
(ພາບ: TTXVN)
          ວັນ​ທີ 19/02, ຢູ່​ນະ​ຄອນ​ຫຼວງວຽກ​ຈັ​ນ​, ຄະ​ນະ​ກຳ​ມະ​ການ​ພັດ​ທະ​ນາ​ຊົນ​ນະ​ບົດ ແລະ ລົບ​ລ້າງ​ຄວາ​ມ​ທຸກ​ຍາກ, ຂຶ້ນ​ກັບ​ຫ້ອງວ່າ​ການ​ລັດ​ຖະ​ບານ​ລາວ ໄດ້​ຈັດ​ກອງ​ປະ​ຊຸມ​ສະ​ຫຼຸບໂຄງກ​ານ​ຮ່ວມ​ມື​ພັດ​ທະ​ນາ​ກຸ້ມ​ບ້ານ​ຈຸດ​ສຸມ​ຢູ່​ເຂດ​ຊາຍ​ແດນ​ຫວຽດ​ນາມ - ລາວ ໄລ​ຍະ 2005 – 2015 ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດ​າ​ກະ​ຂ​ວງ, ຂະ​ແໜງ​ການ​ທີ່ກ່​ຽ​ວ​ຂ້ອງ​ຂອງ​ລາວ. ບົດ​ລາຍ​ງານ​ທີ່​ກອງ​ປະ​ຊຸມໃຫ້​ຮູ້​ວ່າ, ໂຄງ​ການ​ຮ່ວມ​ມື​ພັດ​ທະ​ນາ​ກຸ່ມ​ບ້ານ​​ຈຸ​ດ​ສຸມ​ເຂດ​ຊາຍ​ແດນ​ຫວຽດ​ນາມ - ລາວ ແມ່ນ​ໂຄງ​ການ​ໄດ້​ຮັບ​ກາ​ນ​ຜັນ​ຂະ​ຫຍາຍ​ຕາມ​ຂໍ້​ຕົກ​ລົງ​ລະ​ຫວ່າງ​ການ​ນຳ 2 ປະ​ເທດ ແລະ ສັນ​ຍາ​ກ່ຽວ​ກັບ​ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ລັດ​ຖະ​ບານ​ລາວ ແລະ ຫວຽດ​ນາມ ໄລ​ຍະ 2005 – 2015. ຜ່ານ​ໄລ​ຍະ 10 ປີ​ແຫ່ງ​ການ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ, ໂຄງ​ການ​ໄດ້​ຮັບບັນ​ດາ​ຜົນ​ງານ​ໃນ​ທຸກ​ຂົງ​ເຂດ​ຢ່າງ​ຈະ​ແຈ້ງ, ​ໂສມ​ໜ້າ​ຢູ່ບັນ​ດາ​​ບໍ​ລິ​ເວນ​ໄດ້​ຮັບການກໍ່​ສ້າງ​ລ້ວນ​ແຕ່​ມີ​ການ​ພັດ​ທະ​ນາ​ຢ່າງ​ຈະ​ແຈ້ງ, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊາດ​ນັບ​ມື້​ນັບ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້​ນ, ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ລາວ ເວົ້າ​ລວມ ແລະ ​ສ້າງສະ​ຖຽນ​ລະ​ພາບ​ຢູ່​ເຂດ​ຊາຍ​ແດນ​ລະ​ຫວ່າງ 2 ປະ​ເທດ​ເວົ້າ​ສະ​ເພາະ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ບັນດາຂົງເຂດສອງປະເທດໃຫ້ບຸລິມະສິດຮ່ວມມືລວມມີ: ສ້າງນະໂຍບາຍໃຫ້ສົມບູນແບບ, ພັດທະນາພະລັງງານທົດແທນ, ຫັນຂະແໜງໄຟຟ້າເປັນດີຈີຕອນ, ຍົກສູງປະສິດທິຜົນໃນການນຳໃຊ້ພະລັງງານ, ຫັນຕາແໜ່ວງໄຟຟ້າເປັນທັນສະໄໝ.

Top