• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຫານການກິນ

ລາຍການອາຫານ ກາວເລົ່າ ຢູ່ຄຸ້ມເມືອງເກ່ົາ ໂຮ້ຍອານ


ເມື່ອສະຕະວັດ ທີ XVII, ເຈົ້າ ຫງວຽນ ໄດ້ເປີດກວ້າງ ການແລກ ປ່ຽນ ດ້ານການຄ້າ ຢູ່ທ່າເຮືອການຄ້າ ໂຮ້ຍອານ, ມີຊາວ ຈີນ, ຍີ່ປຸ່ນ ມາທີ່ນີ້ເຮັດທຸລະກິດ ເປັນຈຳນວນຫຼວງຫຼາຍ ແລະ ຄົນ ຫວຽດ ໄດ້ ປະດິດສ້າງລາຍການອາຫານ ກາວເລົ່າ ດ້ວຍຈຸດປະສົງໃຫ້ ບໍລິການ ຊັ້ນອະພິຊົນ. ທຳມະດາ, ເມື່ອມາຍັງ ໂຮ້ຍອານ ບັນດາແຂກ ຜູ້ມີກຽດ ຈະສັ່ງລາຍການອາຫານນີ້ ຮັບປະທານຢູ່ຊັ້ນເທິງ. ຕໍ່ມາໄດ້ ເອີ້ນຫຍໍ້ວ່າ ກາວເລົ່າ (ຊັ້ນເທິງ) ແລະ ກາຍເປັນ ຊື່ເອີ້ນຈົນເຖິງ ປັດຈຸບັນ. ຢູ່ໂຮ້ຍອານ, ລາຍການອາຫານ ກາວເລົ່າ ມີຄວາມສະໜິດຕິດພັນ ກັບ ບັນດາຮ້ານອາຫານ ທີ່ໄດ້ຮັບການຕົບແຕ່ງແບບເກົ່າແກ່ ຊຶ່ງເໝືອນດັ່ງ ຈຸດຄວາມງາມ ໃນວັດທະນະທຳ ມູນເຊື້ອ ຂອງເຂດດິນນີ້. 

ກາວເລົ່າ ສ່ວນຫຼາຍ ຈະຮັບປະທານ ກັບເຂົ້າຂຽບປີ້ງ ແລະ ເວລາ ຮັບປະທານ ກໍສາມາດຕື່ມນໍ້າປາ ຫຼື ນໍ້າສະອິວ ໂຮ້ຍອານ. ການຮັບ ປະທານ ກາວເລົ່າ ຖືວ່າ ວິທີສໍາຜັດ ວັດທະນະທຳ ໂຮ້ຍອານ ທີ່ ໜ້າຈັບໃຈທີສຸດ ທ່າມກາງບັນຍາກາດ ຂອງ ຄຸ້ມເມືອງເກົ່າ. 


ວັດຖຸປະກອບຈຳນວນໜຶ່ງ ສຳລັບການປຸງແຕ່ງອາຫານ ກາວເລົ່າ ປະກອບດ້ວຍ: ເສັ້ນໝີ່, ຊີ້ນ, ຜັກສົດ.


ກາວເລົ່າ ຖືວ່າ ເປັນເປັນລາຍການອາຫານທ່ີເປັນເອກະລັກ ຢູ່ ໂຮ້ຍອານ.


ສະຖານທີ່ຮ້ານອາຫານ:
ຮ່າໂນ້ຍ: Tasty ໂຮ້ຍອານ-ເຮືອນເລກທີ 56 ຖະໜົນ ຫຼີ໋ເຖື່ອງກຽດ
ໂຮ້ຍອານ: ຮ້ານກາວເລົ່າ ລຽນ, ເຮືອນເລກທີ 21 B, ຖະໜົນ ຖ໋າຍ ຟຽນ,
ຄຸ້ມບ້ານ ມິງອານ
ຮ້ານ ກາວເລົ່າ ໂຮ້ຍອານ ນາງ ແບ໋, ເຮືອນເລກທີ 19 ຖະໜົນ ເຈິ່ນ ຝູ໋,
ຄຸ້ມບ້ານ ເກີ໊ມເຈົາ, ໂຮ້ຍອານ
ຮ້ານ ກາວເລົ່າ ແທງ, ເຮືອນເລກທີ 26 ຖະໜົນ ຖ໋າຍຟຽນ,
ຄຸ້ມ ບ້ານ ມິງອານ

 
ບົດ: ບິກເວິນ - ພາບ: ແທງຢາງ - ແປໂດຍ: ບິກລຽນ

ເຂົ້າປຽກຫອຍນາງລົມ - ລົດຊາດແຫ່ງທ້ອງທະເລ

ເຂົ້າປຽກຫອຍນາງລົມ - ລົດຊາດແຫ່ງທ້ອງທະເລ

ຈາກຫອຍນາງລົມ ສົດໆ ຈາກທ້ອງທະເລ ຫວຽດນາມ, ຜູ້ຄົນໄດ້ສ້າງ ສັນເມນູ ເຂົ້າປຽກຫອຍນາງລົມ ທີ່ຫອມຫວານ, ເຕັມໄປດ້ວຍຄຸນຄ່າ ທາງໂພຊະນາການ ແລະ ລົດຊາດ ທ່ີເຂັ້ມຂົ້ນ ຂອງ ທ້ອງທະເລ. ເຂົ້າ ປຽກ ຫອຍນາງລົມ ບໍ່ພຽງແຕ່ເປັນອາຫານ ທີ່ຄຸ້ນເຄີຍ ໃນຊີວິດປະຈຳ ວັນ ຂອງ ຊາວ ຫວຽດນາມ ເທົ່ານັ້ນ, ແຕ່ຍັງເປັນວິທີ ໃຫ້ນັກທ່ອງທ່ຽວ ໄດ້ ສຳຜັດກັບລົດຊາດ ຫວານຊື່ນ ຂອງ ທ້ອງທະເລ ແລະ ຄວາມລຽບ ງ່າຍ ຂອງ ອາຫານ ຫວຽດນາມ ຢ່າງຄົບຖ້ວນ.

Top