
ທ່ານຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ ເຈືອງຮວ່າບິ່ງ (ພາບ:VOV)
ລາຍການສະແດງສິລະປະໄດ້ວາດພາບຄືນບາງຮູບພາບຂອງສົງຄາມເຄມີ ໂດຍ ອາເມລິກາ ປະຕິບັດຢູ່ຫວຽດນາມ. ນີ້ແມ່ນສົງຄາມດໍາເນີນຍາວສຸດ ແລະ ສົ່ງຜົນຮ້າຍຢ້ອນຫຼັງອັນຫົດຮ້າຍປາເຖື່ອນທີ່ສຸດໃນປະຫວັດສາດມວນມະນຸດ. ທາດພິດສີສົ້ມ ໄດ້ເຮັດໃຫ້ປະຊາຊົນຫວຽດນາມ 4,8 ລ້ານຄົນຖືກຕິດສານພິດ ແລະ ຫຼາຍກວ່າ 3 ລ້ານຄົນພວມປະສົບເຄາະຮ້າຍຈາກທາດພິດດັ່ງກວ່າ, ຫຼາຍຄົບຄົວມີຄວາມສ່ຽງບໍ່ສາມາດຮັກສາເຊື້ອພັນ, ເດັກນ້ອຍນັບໝື່ນຄົນຖືກພິການ. ກ່າວຄໍາເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ ເຈືອງຮວ່າບິ່ງ ເນັ້ນໜັກວ່າ ໃນຫຼາຍປີຜ່ານມາ, ພັກ ແລະ ລັດຫວຽດນາມ ໄດ້ປະກາດໃຊ້ ບັນດານະໂຍບາຍຂົນຂວາຍກະຊວງ, ຂະແໜງການຂັ້ນຕ່າງໆ ແລະ ຜູ້ໃຈບຸນໃຈກຸສົນ, ບັນດາອົງການຈັດຕັ້ງສັງຄົມ ພ້ອມກັນຮ່ວມແຮງຮ່ວມໃຈແກ້ໄຂຜົນຮ້າຍຢ້ອນຫຼັງຈາກທາດພິດສີສົ້ມ. ເນື່ອງໃນໂອກາດນີ້, ທ່ານ ເຈື່ອງຮວ່າບິ່ງ ສະເໜີວ່າ:
“ຂ້າພະເຈົ້າສະເໜີຄະນະ, ຂະແໜງການຂັ້ນຕ່າງໆທີ່ກ່ຽວຂ້ອງ ສືບຕໍ່ຄົ້ນຄວ້າ, ສໍາຫຼວດກວດກາສໍາເນົາເອກະສານ, ກໍານົດພະຍາດໃຫ້ຜູ້ຖືກຕິດທາດພິດສີສົ້ມ ເພື່ອໃຫ້ບັນດາຜູ້ປະສົບເຄາະຮ້າຍ ມີເງື່ອນໄຂຄົບຖ້ວນ ແລະ ໄດ້ຊົມໃຊ້ລະບອບນະໂຍບາຍຂອງລັດໂດຍໄວ. ສະເໜີໃຫ້ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊີນ ຫວຽດນາມ, ສືບຕໍ່ຜັນຂະຫຍາຍມາດຕະການຕ່າງໆ, ຈັດຕັ້ງການລະດົມແຫຼ່ງກໍາລັງຈາກອົງການຈັດຕັ້ງ, ວິສາຫະກິດແຫ່ງຕ່າງໆ ແລະ ຜູ້ໃຈບຸນໃຈກຸສົນ ເພື່ອໜູນຊ່ວຍບຸກຄົນດັ່ງກ່າວ. ລະດົມກໍາລັງໃຈ, ໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊີນ ເພື່ອບໍ່ມີໃຜຖືກປະປ່ອຍໄວ້ຢູ່ທາງຫຼັງ”.
ທີ່ພິທີ, ມີສ່ວນບຸກຄົນ, ໝູ່ຄະນະ ໄດ້ຮັບໃບເຊີດຊູຈາກສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊີນ ຫວຽດນາມ.
(ແຫຼ່ງຄັດຈາກ VOV)