
ລາຍການລະດູບານໃໝ່ແຫ່ງຄວາມຮັກແພງ
ບຸນເຕັດລະດູບານໃໝ່ຂຶ້ນ. ກ່ອນໜ້ານັ້ນ, ຕອນຄ່ຳວັນ 6/1 ຢູ່ ໄຕເປ້ ປະເທດຈີນ, ຫ້ອງການເສດຖະກິດວັດທະນະທຳຫວຽດນາມປະຈຳໄຕເປ້ ກໍໄດ້ຈັດລາຍການລະດູບານໃໝ່ແຫ່ງຄວາມຮັກແພງຂຶ້ນ. ທ່ານເຈີນຢີຫາຍ ຫົວໜ້າຫ້ອງການເສດຖະກິດວັດທະນະທຳຫວຽດນາມປະຈຳໄຕເປ້ ປະເທດຈີນ ໃຫ້ຮູ້ວ່າ:“ ປີນີ້, ພວກຂ້າພະເຈົ້າສົມທົບກັບຄະນະກຳມະການຊາວຫວຽດນາມເຊື້ອເຊີນກອງສິລະປະກອນຂອງໂຮງລະຄອນ ຕວຍແຈ ມານີ້ເພື່ອສະແດງຮັບໃຊ້ພໍ່ແມ່ພີນ້ອງ. ຜູ້ເຂົ້າຮ່ວມກໍຫຼາຍກວ່າທຸກປີ. ຊຸມປີກ່ອນນີ້, ສ່ວນຫຼາຍແມ່ນມາຈາກພາກເໜືອ, ແຕ່ປີນີ້ ພໍ່ແມ່ພີນ້ອງມາຈາກທຸກແຫ່ງຢູ່ໄຕ້ຫວັນປະເທດຈີນ, ນັບທັງບັນດາແຂວງ, ນະຄອນເຂດພາກໃຕ້”.
(ແຫຼ່ງຄັດຈາກ VOV)