• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດເຊຍ ບຸກໂຈມຕີທາງອາກາດພວກກະບົດຢູ່ທາງທິດໃຕ້ ຊີຣີ

      ວັນທີ 23 ມິຖຸນາ, ລັດເຊຍ ໄດ້ດຳເນີນການບຸກໂຈມຕີທາງອາກາດແນໃສ່ບັນດາເຂດ ໂດຍພວກກະບົດລຸກຮື້ຂຶ້ນຄວບຄຸມຢູ່ທາງພາກໃຕ້ ຊີຣີ. ນີ້ແມ່ນການບຸກໂຈມຕີທາງອາກາດຄັ້ງທຳອິດຂອງ ລັດເຊຍ ນັບແຕ່ເມື່ອ ມົດສະກູ ຕົກລົງຢຸດຍິງຢູ່ເຂດນີ້ໃນປີ 2017.

ພາບປະກອບ: AFP/TTXVN
      ອົງການຕິດຕາມກວດກາສິດທິມະນຸດ ຊີຣີ (SOHR) ໃຫ້ຮູ້ວ່າ: ເຫດການບຸກໂຈມຕີທາງອາກາດປະມານ 25 ຄັ້ງໄດ້ເກີດຂຶ້ນຢູ່ບັນດາເທດສະບານໂດຍກຳລັງລຸກຮື້ຂຶ້ນຄວບຄຸມຢູ່ແຂວງ Daraa. ນີ້ແມ່ນເຂດ ເຊິ່ງກອງທັບລັດຖະບານ ຊີຮີ ຍິງປືນໃຫຍ່ຢ່າງລຽນຕິດໃນ 2 – 3 ວັນມານີ້.
        ເມື່ອເດືອນ ກໍລະກົດ 2017, ລັດເຊຍ, ອາເມລິກາ ແລະ ຈໍແດນ ໄດ້ເຫັນດີເປັນເອກະພາບນຳກັນກ່ຽວກັບເຂດຫລຸດຜ່ອນຄວາມເຄັ່ງຕຶງປີນຂັ້ນໄດຢູ່ບັນດາເຂດ ໂດຍກຳລັງລຸກຮື້ຂຶ້ນຄວມຄຸມຢູ່ທາງພາກໃຕ້ ຊີຣີ. ນັບແຕ່ນັ້ນມາ, ບັນດາເຮືອບິນສູ້ຮົບຂອງ ລັດເຊຍ ທີ່ເຄື່ອນໄຫວຢູ່ ຊີຣີ ແຕ່ປີ 2015 ບໍ່ມີການກະທຳຖິ້ມລະເບີດໃສ່ເຂດນີ້ເທື່ອ.
 (ແຫຼ່ງຄັດຈາກ VOV)
 

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ​​ໂທ​ລະ​ພາບແຫ່ງ​ຊາດ​ ຫວຽດ​ນາມ ຍົກ​ລະ​ດັບ​ຊື່​ສຽງ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ​​ໂທ​ລະ​ພາບແຫ່ງ​ຊາດ​ ຫວຽດ​ນາມ ຍົກ​ລະ​ດັບ​ຊື່​ສຽງ

ປີ 2026, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ໂທລະພາບຫ່ງຊາດ ຫວຽດນາມ ປະຕິບັດທິດນຳທີ່ວ່າ: “ສາມັກຄີເປັນເອກະພາບ - ຜ່ານຜ່າຄວາມຫຍຸ້ງຍາກບືນຕົວຂຶ້ນ - ນະວັດຕະກຳ - ເປັນມືອາຊີບມີປະສິດທິຜົນ - ບຸກທະລຸຢ່າງຮອບດ້ານ - ປະຊາຊົນເຊື່ອໝັ້ນ - ເພື່ອນມິດຮັກແພງ - ຍົກລະດັບເຄື່ອງໝາຍການຄ້າ” ໃຫ້ເປັນຢ່າງດີ.

Top