• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດເຊຍ ຊຸກຍູ້ການທູດວັດທະນະທຳ ກັບ ອາຊຽນ

      ວັນທີ 27 ພະຈິກ, ສູນຄົ້ນຄວ້າ ອາຊຽນ ສັງກັດສະຖາບັນການຕ່າງປະເທດແຫ່ງຊາດ Moskva, ສະຫະພັນ ລັດເຊຍ (MGIMO) ໄດ້ຈັດງານລາຕີວັດທະນະທຳບັນດາປະເທດ ອາຊຽນ. ນີ້ແມ່ນໜຶ່ງໃນບັນດາເຫດການແນໃສ່ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ລັດເຊຍ - ອາຊຽນ ຄົບຮອບ 30 ປີ (1991 – 2021).
ນັກສຶກສາ ລັດເຊຍ  ແລະ ບັນດາປະເທດ ສະແດງສິລະປະທີ່ເຫດການ (ພາບ: TTXVN)
      ກ່າວຄຳເຫັນນະທີ່ນີ້, ທ່ານນາງ Ekaterina Koldunova ຮັກສາການຜູ້ອຳນວຍການສູນຄົ້ນຄວ້າ ອາຊຽນ ຖືວ່າ ແຕ່ລະປະເທດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ລ້ວນແຕ່ມີພື້ນຖານວັດທະນະທຳທີ່ໜ້າຈັບອົກຈັບໃຈ ເຊິ່ງປະຊາຊົນ ລັດເຊຍ ພຽງແຕ່ໄດ້ຮູ້ຈັກເຖິງຜ່ານການທ່ອງທ່ຽວເທົ່ານັ້ນ. ນອກຈາກນັ້ນ, ດ້ວຍການຈັດຕັ້ງເຫດການນີ້, ສູນຄົ້ນຄວ້າ ອາຊຽນ ຈະມີຄວາມເຂົ້າໃຈກ່ຽວກັບປະເທດຊາດ, ວັດທະນະທຳ ແລະ ປະຊາຊົນບັນດາປະເທດ ອາຊຽນ ຜ່ານດົນຕີ, ສິລະປະ, ຟິມຮູບເງົາ… ຫຼາຍກວ່າອີກ.
        ທີ່ເຫດການນີ້, ນັກສຶກສາ ລັດເຊຍ ແລະ ຫຼາຍປະເທດອື່ນໆໃນໂລກ ໄດ້ສະແດງລາຍການດົນຕີທີ່ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳຂອງບັນດາປະເທດ ອາຊຽນ ຄື ອິນໂດເນເຊຍ, ລາວ ແລະ ຫວຽດນາມ.
(ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top