• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະມົນຕີກະຊວງສາທາລະນະສຸກເຮັດວຽກກັບຮ່າໂນ້ຍກ່ຽວກັບການຮັບມືກັບໂລກລະບາດໂຄວິດ-19

      ທ່ານລັດຖະມົນຕີກະຊວງສາທາລະນະສຸກ ສະເໜີວ່າ, ຮ່າໂນ້ຍ ຕ້ອງເປີດກວ້າງເຂດກວດຫາເຊື້ອ, ເອົາແບບຢ່າງຂອງປະຊາຊົນທຸກຄົນ; ປະຊາຊົນໝົດທຸກຄົນຕ້ອງໃຊ້ຜ້າອັດປາກ-ອັດດັງ.
ທ່ານລັດຖະມົນຕີກະຊວງສາທາລະນະສຸກຫຽດນາມ ຫງວຽນແທັ່ງລອງ
(ພາບ: moh.gov.vn)
      ວັນທີ 01 ກຸມພາ, ທ່ານລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ຫງວຽນແທັ່ງລອງ ແລະ ທ່ານປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ຈູງອັກແອັງ ໄດ້ເປັນປະທານຮ່ວມການເຮັດວຽກກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ໃນບໍລິເວນນະຄອນ. ທ່ານລັດຖະມົນຕີ ຫງວຽນແທັ່ງລອງ ເນັ້ນໜັກວ່າ: ນະຄອນຫຼວງຮ່າໂນ້ຍ ຕ້ອງຍົກສູງລະດັບຮັບມືກັບໂລກລະບາດ. ຖື F1 ແມ່ນຜູ້ສົງໄສຕິດເຊື້ອພະຍາດ; ປະຕິບັດການຕາມຫາເຊື້ອພ້ອມດຽວກັນກັບກໍລະນີ F1 ແລະ F2, ດຳເນີນການປິດລ້ອມເຂດມີຜູ້ຕິດເຊື້ອພະຍາດ ແລະ ຄ່ອຍໆເປີດການປິດລ້ອມພາຍຫຼັງມີຜົນວິໄຈເຊື້ອພະຍາດເປັນລົບ. ທ່ານລັດຖະມົນຕີກະຊວງສາທາລະນະສຸກ ສະເໜີວ່າ, ຮ່າໂນ້ຍ ຕ້ອງເປີດກວ້າງເຂດກວດຫາເຊື້ອ, ເອົາແບບຢ່າງຂອງປະຊາຊົນທຸກຄົນ; ປະຊາຊົນໝົດທຸກຄົນຕ້ອງໃຊ້ຜ້າອັດປາກ-ອັດດັງ.
        ທ່ານປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຈູງອັກແອັງ ໃຫ້ຮູ້ວ່າ: ນະຄອນຫຼວງຈະຍົກລະດັບກຳລັງວິໄຈຫາເຊື້ອ, ເພີ່ມທະວີການລົງທຶນກຳລັງຄວາມສາມາດໃນການປິ່ນປົວພະຍາດ ເພື່ອສາມາດຄວບຄຸມສະພາບໂລກລະບາດໄດ້ໄວທີ່ສຸດ, ເດັດດ່ຽວສົມທົບກັບກະຊວງສາທາລະນະສຸກໃນວຽກງານວິໄຈຫາເຊື້ອ.
(ແຫຼ່ງຄັດຈາກ VOV)

ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ຂອງ​ພັກ ຫວນ​ຄື​ນ​ໄລ​ຍະ 72 ປີ​ແຫ່ງວັນ​ປົດ​ປ່ອນ​ນະ​ຄອນຫຼວງ

ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ຂອງ​ພັກ ຫວນ​ຄື​ນ​ໄລ​ຍະ 72 ປີ​ແຫ່ງວັນ​ປົດ​ປ່ອນ​ນະ​ຄອນຫຼວງ

ໃນ​ວິ​ວັດ​ການ​ພັດ​ທະ​ນາ​ຂອງ​ຮ່າ​ໂນ້ຍ, ຄຳ​ຮຽກ​ຮ້ອງ​ນີ້​ຍິ່ງ​ສະ​ແດງ​ໃຫ້​ເຫັນ​ລັກ​ສະ​ນະ​ຈຳ​ເປັນ​ຂອ​ການ​ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ເພື່ອ​ຕອບ​ສະ​ໜອງ​ບັນ​ດາ​ບັນ​ຫາ​ທີ່​ນັບ​ມື້​ນັບ​ສັບ​ສົນ, ເຊື່ອມ​ຕໍ່​ຢ່າງ​ແໜ້ນ​ແຟ້ນ​ໃນ​ຕົວ​ເມືອງ​ພິ​ເສດ.

Top