• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ເປັນປະທານພິທີຕ້ອນຮັບ, ການພົບປະເຈລະຈາກັບ ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ແລະ ກໍາປູເຈຍ

ຄະນະຜູ້ແທນການທະຫານຂັ້ນສູງແຫ່ງ ລາຊະອານາຈັກ ກໍາປູເຈຍ ໂດຍທ່ານພົນເອກ Tea Banh, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ນໍາໜ້າຄະນະ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ນັບແຕ່ວັນທີ 19 – 22 ທັນວາ;  ເຂົ້າຮ່ວມພິທີສະເຫຼີມສະຫຼອງ 30 ປີ ແຫ່ງວັນທົ່ວປວງຊົນປ້ອງກັນຊາດ (22/12/1989 – 22/12/2019) ແລະ ວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຄົບຮອບ 75 ປີ (22/12/1944 – 22/12/2019).
ຕອນເຊົ້າວັນທີ 20 ທັນວາ, ຢູ່ຮ່າໂນ້ຍ, ທ່ານພົນເອກ ໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ເປັນປະທານພິທີຕ້ອນຮັບທ່ານ Tea Banh ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ກໍາປູເຈຍ. ໃນການພົບປະເຈລະຈາ ທີ່ຈັດຂຶ້ນພາຍຫຼັງພິທີຕ້ອນຮັບ, ສອງຝ່າຍຢັ້ງຢືນວ່າ ການຮ່ວມມືດ້ານປ້ອງກັນຊາດໃນຊຸມປີຜ່ານມາ ໄດ້ນໍາມາເຊິ່ງປະສິດທິຜົນອັນແທດຈິງ ແລະ ແມ່ນໜຶ່ງໃນບັນດາເສົາຄໍ້າສໍາຄັນໃນການພົວພັນລະຫວ່າງສອງປະເທດ. ໃນໄລຍະຈະມາເຖິງ, ສອງຝ່າຍເຫັນດີ ສຸມໃສ່ຍູ້ແຮງວຽກງານໂຄສະນາ; ການແລກປ່ຽນ ແລະ ສະໜອງຂໍ້ມູນຂ່າວສານ, ກໍານົດທິດແນວຄິດ, ຫາງສຽງ, ແບ່ງປັນບົດຮຽນໃນການເຄື່ອນໄຫວໃນຂົງເຂດແນວຄິດວັດທະນະທໍາ.

ທ່ານພົນເອກ ໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ເປັນປະທານພິທີຕ້ອນຮັບທ່ານ Tea Banh ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ກໍາປູເຈຍ
 (ພາບ: TTXN)

  ສອງຝ່າຍເຫັນດີຈະສົມທົບກັນຮັບປະກັນຄວາມສະຫງົບປອດໄພ ຢູ່ເສັ້ນຊາຍແດນທັງໝົດ; ຍົກສູງຄຸນນະພາບການບໍາລຸງສ້າງ, ຄຸ້ມຄອງນັກສຶກສາ, ຄົ້ນຄວ້າປ່ຽນແປງໃໝ່ຮູບແບບການຝຶກແອບ ຈັດຕັ້ງຢູ່ພາຍໃນປະເທດ ແລະ ຜັດປ່ຽນກັນໄປທັດສະນະສຶກສາຕົວຈິງຢູ່ປະເທດຂອງກັນ; ຊອກຫາ, ເຕົ້າໂຮມ ແລະ ສົ່ງອັດຖິນັກຮົບ, ທະຫານອາສາສະໝັກ ແລະ ນັກຊ່ຽວຊານຫວຽດນາມ ທີ່ເສຍຊີວິດຢູ່ ກໍາປູເຈຍ ໃນປາງສົງຄາມກັບເມືອປະເທດ.

        ສິ້ນສຸດການພົບປະເຈລະຈາ, ທ່ານພົນເອກ ໂງຊວັນລິກ ແລະ ທ່ານພົນເອກ Tea Banh ໄດ້ລົງນາມໃນອະນຸສັນຍາວ່າດ້ວຍການຮ່ວມມືໄລຍະ 2020 – 2024 ແລະແຜນການຮ່ວມມືປີ 2020 ລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ກັບ ກະຊວງປ້ອງກັນປະເທດ ກໍາປູເຈຍ.

        ແລະກໍໃນວັນດຽວກັນ, ທ່ານພົນເອກ ໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ກໍໄດ້ເປັນປະທານພິທີຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ.

        ທີ່ການຕ້ອນຮັບ, ສອງຝ່າຍຕ່າງກໍຢັ້ງຢືນວ່າ ຈະມານະພະຍາຍາມປະກອບສ່ວນເພີ່ມທະວີ, ປັບປຸງສາຍພົວພັນລະຫວ່າງ ຫວຽດນາມ - ລາວ ເວົ້າສະເພາະ, ການພົວພັນສາມັກຄີີລະຫວ່າງ ສາມປະເທດ ຫວຽດນາມ -ລາວ -ກໍາປູເຈຍ ເວົ້າລວມ; ຍູ້ແຮງການໂຄສະນາ, ສຶກສາອົບຮົມໃຫ້ແກ່ພະນັກງານ, ນາຍທະຫານ ແລະ ປະຊາຊົນສອງປະເທດ ມີຄວາມຮັບຮູ້ຢ່າງເລິກເຊິ່ງກ່ຽວກັບການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງພັກ, ລັດ, ປະຊາຊົນ ແລະ ກອງທັບສອງປະເທດ ຫວຽດນາມ - ລາວ.

        ເນື່ອງໃນໂອກາດນີ້, ສອງຝ່າຍກໍ່ໄດ້ລົງນາມໃນອະນຸສັນຍາວ່າດ້ວຍການຮ່ວມມືໄລຍະ 2020 – 2024 ແລະ ແຜນການຮ່ວມມືປີ 2020 ລະຫວ່່າງກະຊວງປ້ອງກັນປະເທດຫວຽດນາມ ແລະ ກະຊວງປ້ອງກັນປະເທດ ລາວ./.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top