• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະມົນຕີການຕ່າງປະເທດອາຊຽນໄດ້ເນັ້ນໜັກເຖິງບັນຫາທະເລຕາເວັນອອກ ທີ່ກອງປະຊຸມກັບຈີນ

ໃນຂອບເຂດກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດອາຊຽນຄັ້ງທີ 52 (AMM 52) ແລະບັນດາກອງປະຊຸມທີ່ກ່ຽວຂ້ອງ, ຕອນບ່າຍວັນທີ 31 ກໍລະກົດ, ທີ່ ບາງກອກ, ທ່ານຟ້າມບິ່ງມິງຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມພ້ອມດ້ວຍບັນດາລັດຖະມົນຕີກະຊວງການຕ່າງປະເທດອາຊຽນ ແລະ ທ່ານຫວາງອີ້ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດອາຊຽນ-ຈີນ.

ລັດຖະມົນຕີການຕ່າງປະເທດບັນດາປະເທດ ອາຊຽນ (ພາບ: TTXVN)

  ທີ່ກອງປະຊຸມ, ສອງຝ່າຍໄດ້ເຫັນດີເປັນເອກະພາບ ມານະພະຍາຍາມປະຕິບັດຄາດໝາຍນຳວົງເງິນການຄ້າທັງສອງສົ້ນໃຫ້ໄດ້ 1.000 ຕື້ ໂດລາສະຫະລັດແລະການລົງທຶນໃຫ້ບັນລຸໄດ້ 150 ຕື້ ໂດລາສະຫະລັດຮອດປີ 2020; ຍູ້ແຮງການຮ່ວມມືໃນບັນດາຂົງເຂດພັດທະນາເສດຖະກິດດີຈີຕ້ອນ, ການຄ້າເອລັກໂຕນິກ, ເຊື່ອມຕໍ່ ແລະພັດທະນາແບບຍືນຍົງ, ແລກປ່ຽນທາງດ້ານວັດທະນະທຳ, ພົບປະແລກປ່ຽນປະຊາຊົນ… ກ່ຽວກັບສະພາບການໂລກແລະພາກພື້ນ, ບັນດາລັດຖະມົນຕີກະຊວງການຕ່າງປະເທດອາຊຽນແລະລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ຮ່ວມກັນແລກປ່ຽນກ່ຽວການຜັນແປຫວ່າງມໍ່ໆມານີ້ໃນພາກພື້ນ, ໃນນັ້ນ, ມີສະພາບການທະເລຕາເວັນອອກ. ບັນດາລັດຖະມົນຕີອາຊຽນໄດ້ເນັ້ນໜັກເຖິງຄວາມຈຳເປັນແລະການປະຕິບັດຕາມກົດໝາຍສາກົນແລະ ມຸ້ງສູ່ການສ້າງສຳເລັດ COC ຢ່າງມີປະສິດທິຜົນແລະມີຜົນສັກສິດ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມຟ້າມບິ່ງມິງຢັ້ງຢືນວ່າຈະຕັ້ງໜ້າປະສານສົມທົບກັບບັນດາປະເທດອາຊຽນ, ຊຸກຍູ້ການພົວພັນຮ່ວມມືສອງຝ່າຍໃຫ້ເຂົ້າສູ່ລວງເລິກແລະຄຸນນະພາບກວ່າ. ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານຟ້າມບິ່ງມິງໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ກັບການຜັນແປຢູ່ພື້ນທີ່ຕົວຈິງ, ໃນນັ້ນ, ມີການເຄຶ່ອນໄຫວສຳຫຼວດກຳປັ່ນໄຮ້ຢາງ HD-08 ຂອງຈີນຢູ່ເຂດເສດຖະກິດຈຳເພາະ ແລະ ເຂດໄຫຼ່ທະວີບຂອງຫວຽດນາມ. ຕາມທ່ານຮອງນາຍົກແລ້ວ, ຕໍ່ກັບການກະ  ທໍາ ດັ່ງກ່າວ ເປັນການນາບຄູ່ຢ່າງຮຸນແຮງເຖິງສິດ ແລະ ຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍຂອງບັນດາປະເທດແຄມກັບທະເລ, ເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈຫຼຸດໜ້ອຍຖອຍລົງ ແລະເພີ່ມຄວາມເຄັ່ງຕຶງຂຶ້ນ, ບໍ່ມີຜົນປະໂຫຍດຕໍ່ສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ.

(ແຫຼ່ງຄັດຈາກ VOV)

ການ​ເຈ​ລະ​ຈາ​ຢຸດ​ຍິງ​ຢູ່​ເຂດ​ກາ​ຊາ ໄດ້​ຮັບ​ການ​ຍູ້​ແຮງ

ການ​ເຈ​ລະ​ຈາ​ຢຸດ​ຍິງ​ຢູ່​ເຂດ​ກາ​ຊາ ໄດ້​ຮັບ​ການ​ຍູ້​ແຮງ

ທ່ານ Ibrahim Kalin ຜູ້ອຳນວຍການອົງການສືບຂ່າວແຫ່ງຊາດ ຕວັກກີ ໄດ້ມີການປຶກສາຫາລືຢູ່ນະຄອນ ອານກາຣາ ກັບຄະນະຜູ້ແທນຂັ້ນສູງຂອງຂະບວນການອິດສະລາມ ຮາມາດໂດຍທ່ານ Muhammad Darwish ນຳໜ້າ.

Top