• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະມົນຕີກະຊວງຕຳຫຼວດໂຕເລີມຢ້ຽມຢາມ ແລະ ເຮັດວຽກຢູ່ ສະໂລວາກີ


(ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ຕຳ​ຫຼວດ
​ຈະ​ສືບ​ຕໍ່​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຂົງ​ເຂດ​ຮ່ວມ​ມື​ສຳ​ຄັນ)
      ສິ້ນ​ສຸດ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ສ.ເບ​ລາ​ຣຸດ ຢ່າງ​ເປັນ​ທາງ​ການ, ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ກະ​ຊວງ​ຕຳ​ຫຼວດ​ຫວຽດ​ນາມ ໂດຍພົນ​ໂທ ໂຕ​ເລີມ, ລັດ​ຖະ​ມົ​ນ​ຕີ​ກະ​ຊວງ​ຕຳ​ຫຼວດ​ຫວຽດ​ນາມ ນຳ​ໜ້າ, ໄດ້​ໄປ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ສ.ສະ​ໂລ​ວາ​ກີ, ຕາມ​ຄຳ​ເຊີນ​ຂອງ​ຮ​ອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ Robert Fico. ທີ່​ນະ​ຄອນ​ຫຼວງ Bratislava, ຕອນ​ເຊົ້າ​ວັນ​ທີ 06/03 (ຕາມ​ເວ​ລາ​ທ້ອງ​ຖິ່​ນ), ທ່ານ​ລັດ​ຖະ​ມົນ​ຕີ​ ໂຕ​ເລີມ ແລະ ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ໄດ້​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Robert Fico ແລະ ລົງ​ນາມ​ໃນ​ເອ​ກະ​ສານ​ຮ່ວມ​ມື​ຕ່​ໍ​ສູ້​​ປ້ອງ​ກັນ, ​ຕ້ານອາດ​ຊະ​ຍາ​ກຳ​ລະ​ຫວ່າງ​ກະ​ຊວງ​ຕຳ​ຫຼວດ​ຫວຽດ​ນາມ ແລະ ກະ​ຊວງ​ພາຍ​ໃນສະ​ໂລ​ວາ​ກີ. ທີ່​ການ​ຕ້ອນ​ຮັບ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Robert Fico ປາດ​ຖະ​ໜາ​ວ່າ, ໃນ​ໄລ​ຍະ​ຈະ​ມາ​ເຖິງ, ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ຕຳ​ຫຼວດ​ຈະ​ສືບ​ຕໍ່​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຂົງ​ເຂດ​ຮ່ວມ​ມື​ສຳ​ຄັນ, ມີ​ປະ​ສິດ​ທິ​ຜົນ​ໃນ​ການ​ພົວ​ພັນ​ມິດ​ຕະ​ພາ​ບ​ທີ່​ເປັນ​ມູນ​ເຊື້ອ​ລະ​ຫວ່າງ 2 ປະ​ເທດ. ສ່ວນ​ທ່ານ​ລັດ​ຖະ​ມົນ​ຕີ ໂຕ​ເລີມ ປ​າດ​ຖະ​ໜາ​ວ່າ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Robert Fico ເອົາ​ໃຈ​ໃສ່, ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ບັນ​ດາ​ອົງ​ການ​ປະ​ຕິ​ບັດ​ກົດ​ໝາຍ ສະ​ໂລ​ວາ​ກີ ແລະ ​ກະ​ຊວງ​ຕຳ​ຫຼວດຫວຽດ​ນາມ ຮ່ວມ​ມື​ຢ່າງ​ແໜ​້ນ​ແຟ້ນ ແລະ ມີ​ປະ​ສິດ​ທິ​ຜົນ​ໃນ​ການ​ຕໍ່​ສູ້, ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ, ຮັບ​ປະ​ກັນ​ຄວາມ​ສະ​ຫງົບ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ຂອງ​ແຕ່​ລະ​ປະ​ເທດ, ປະ​ກອບ​ສ່ວນ​ປັບ​ປຸງ, ພັດ​ທະ​ນາ​ການ​ພົວ​ພັນ​ມິ​ດ​ຕະ​ພາ​ບ, ​​ທີ່ເປັນ​ມູນ​ເຊື້ອລະ​ຫວ່າງ 2 ປະ​ເທດ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top