• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະບານອິນໂດເນເຊຍບໍ່ປະກາດສະພາວະໄພພິບັດແຫ່ງຊາດພາຍຫຼັງເຫດແຜ່ນດິນໄຫວແລະຄື້ນຍັກ

      ລັດຖະບານອິນໂດເນເຊຍ ຈະບໍ່ຈັດຕັ້ງການຮຽກຮ້ອງ ຫຼື ສ້າງກອງທຶນໃຫ້ບັນດາຜູ້ປະສົບເຄາະຮ້າຍໃນໄພພິບັດເຫດແຜ່ນດິນໄຫວ ແລະ ຄື້ນຍັກຜ່ານມາຢູ່ແຂວງພາກກາງ Sulawesi ທີ່ບັນດາກອງປະຊຸມປະຈຳປີຂອງກອງທຶນເງິນຕາສາກົນ (IMF) ແລະ ທະນາຄານໂລກ (WB) ຢູ່ບາລີ, ຄາດວ່າຈະດຳເນີນໃນວັນທີ 08 – 10 ຕຸລາ.

ມີປະຊາຊົນອິນໂດເນເຊຍ ຢູ່ແຂວງພາກກາງ Sulawesi ປະມານ 190.000 ຄົນ
ພ້ວມຕ້ອງການໄດ້ຮັບການໜູນຊ່ວຍມະນຸດສະທຳຢ່າງຮີບດ່ວນ
(ພາບ: AFP/TTXVN)
      ອິນໂດເນເຊຍ ກໍ່ພ້ອມທັງບໍ່ປະກາດສະພາວະໄພພິບັດແຫ່ງຊາດພາຍຫຼັງໄພພິບັດທຳມະຊາດດັ່ງກ່າວ. ທ່ານລັດຖະມົນຕີກະຊວງການເງິນອິນໂດເນເຊຍ Sri Mulyani ຖືວ່າ, ອິນໂດເນເຊຍ ບໍ່ຈຳເປັນຕ້ອງເຮັດສິ່ງດັ່ງກ່າວ ຍ້ອນວ່າແຫຼ່ງກຳລັງຂອງປະເທດນີ້ມີຢ່າງພຽງພໍເພື່ອແກ້ໄຂບັນດາຜົນກະທົບຂອງເຫດແຜ່ນດິນໄຫວ ແລະ ຄື້ນຍັກດັ່ງກ່າວ.
        ກ່ຽວຂ້ອງເຖິງເຫດແຜ່ນດິນໄຫວ, ຄື້ນຍັກຢູ່ອິນໂດເນເຊຍ ໃນທ້າຍສັບປະດາຜ່ານມາ, ວັນທີ 01 ຕຸລາ, ຫ້ອງການປະສານງານບັນດາບັນຫາມະນຸດສະທຳຂອງສະຫະປະຊາຊາດໄດ້ຖືວ່າ, ມີປະຊາຊົນອິນໂດເນເຊຍ ຢູ່ແຂວງພາກກາງ Sulawesi ປະມານ 190.000 ຄົນ ພ້ວມຕ້ອງການໄດ້ຮັບການໜູນຊ່ວຍມະນຸດສະທຳຢ່າງຮີບດ່ວນ, ໃນນັ້ນ 1/3 ແມ່ນເດັກນ້ອຍ ແລະ ຜູ້ເຖົ້າ. ໄລ່ຮອດຕອນຄ່ຳວັນທີ 01 ຕຸລາ, ຈຳນວນຜູ້ເສຍຊີວິດໃນເຫດແຜ່ນດິນໄຫວ ແລະ ຄື້ນຍັກເພີ່ມຂຶ້ນເຖິງ 1.300 ຄົນ. ເຖິງຢ່າງໃດກໍ່ຕາມ, ຕົວເລກດັ່ງກ່າວບໍ່ແມ່ນຕົວເລກສຸດທ້າຍ.
 (ແຫຼ່ງຄັດຈາກ VOV)

ຮີບເຮັ່ງສ້າງບົດລາຍງານຕ້ານການຂຸດຄົ້ນ IUU ໃຫ້ສຳເລັດ

ຮີບເຮັ່ງສ້າງບົດລາຍງານຕ້ານການຂຸດຄົ້ນ IUU ໃຫ້ສຳເລັດ

ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ໃຫ້ຮູ້ວ່າ ໄດ້ສ້າງຮ່າງບົດລາຍງານຄວາມຄືບໜ້າໃນການຕ້ານການຂຸດຄົ້ນ IUU ເພື່ອສົ່ງໃຫ້ຄະນະກຳມະການ ເອີລົບ (ອີຊີ) ແລະ ສົ່ງໄປຂໍຄຳເຫັນບັນດາສະມາຊິກຄະນະຊີ້ນຳ.

Top