• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະບານຫວຽດນາມ ຍາມໃດກໍຮັບເອົາຄໍາເຫັນປະກອບຂອງບັນດາປັນຍາຊົນໜຸ່ມ, ນັກລົງທຶນ ແລະ ວິສາຫະກິດ

     
 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບທ່ານ Philipp Rosler ອະດີດຮອງນາຍົກລັດຖະມົນຕີ
ສາທາລະນະລັດສະຫະພັນ ເຢຍລະມັນ (ພາບ: VGP)
“ລັດຖະບານຫວຽດນາມ ຍາມໃດກໍຮັບເອົາຄໍາເຫັນປະກອບຂອງບັນດາປັນຍາຊົນໜຸ່ມ, ນັກລົງທຶນ ແລະ ວິສາຫະກິດ” ນີ້ແມ່ນຄໍາຢັ້ງຢືນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ທີ່ການຕ້ອນຮັບທ່ານ Philipp Rosler ອະດີດຮອງນາຍົກລັດຖະມົນຕີ ສາທາລະນະລັດສະຫະພັນ ເຢຍລະມັນ ເນື່ອງໃນໂອກາດມາເຂົ້າຮ່ວມເວທີປາໄສຊາວໜຸ່ມເລີ່ມ ດໍາເນີນທຸລະກິດ Start up ປີ 2018 ຢູ່ດ່າໜັງ, ໃນວັນທີ 29 ພະຈິກ.
        ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຊົມເຊີຍທ່ານ Philipp Rosler, ຜູ້ທີ່ມີປະສົບການຫຼາຍຢ່າງໃນຂົງເຂດເສດຖະກິດ, ໄດ້ເຂົ້າຮ່ວມ ແລະ ປະກອບຄໍາເຫັນທີ່ເວທີປາໄສຊາວໜຸ່ມ Start up ປີ 2018, ປະກອບສ່ວນຊຸກຍູ້ການພັດທະນາ Start up ຢ່າງມີຫົວຄິດປະດິດສ້າງຢູ່ຫວຽດນາມ. ທ່ານນາຍົກລັດຖະມົນຕີປາດຖະໜາວ່າ ທ່ານ Philipp Rosler ຈະສືບຕໍ່ມີບັນດາການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ, ໂດຍສະເພາະແມ່ນການພັດທະນາປະຊາຄົມວິສາຫະກິດ, ເພື່ອໃຫ້ຫວຽດນາມນັບມື້ນັບວິສາຫະກິດຂະໜາດໃຫຍ່, ລະດັບໂລກຫຼາຍກວ່າອີກ.
        ເມື່ອແບ່ງປັນແນວຄິດ, ຂໍ້ສະເໜີລະອຽດກ່ຽວກັບການພັດທະນາວິສາຫະກິດຫວຽດນາມ, ທ່ານ Philipp Rosler ໃຫ້ຮູ້ວ່າ ທ່ານຈະເປັນຂົວເຊື່ອມຕໍ່ຊ່ວຍໃຫ້ບັນດາວິສາຫະກິດຫວຽດນາມໄດ້ລົງທຶນ, ດໍາເນີນທຸລະກິດ ແລະ ເຂົ້າເຖິງກັບບັນດາຕະຫຼາດຢູ່ຕ່າງປະເທດຄື ເຢຍລະມັນ, ອາເມລິກາ, ເອີີຣົບ.   ທ່ານກໍສະແດງຄວາມປາດຖະໜາຢາກເປັນທີ່ປຶກສາໃຫ້ແກ່ບາງວິສາຫະກິດໃຫຍ່ຢູ່ຫວຽດນາມ.
 (ແຫຼ່ງຄັດຈາກ VOV)

ການ​ເຈ​ລະ​ຈາ​ຢຸດ​ຍິງ​ຢູ່​ເຂດ​ກາ​ຊາ ໄດ້​ຮັບ​ການ​ຍູ້​ແຮງ

ການ​ເຈ​ລະ​ຈາ​ຢຸດ​ຍິງ​ຢູ່​ເຂດ​ກາ​ຊາ ໄດ້​ຮັບ​ການ​ຍູ້​ແຮງ

ທ່ານ Ibrahim Kalin ຜູ້ອຳນວຍການອົງການສືບຂ່າວແຫ່ງຊາດ ຕວັກກີ ໄດ້ມີການປຶກສາຫາລືຢູ່ນະຄອນ ອານກາຣາ ກັບຄະນະຜູ້ແທນຂັ້ນສູງຂອງຂະບວນການອິດສະລາມ ຮາມາດໂດຍທ່ານ Muhammad Darwish ນຳໜ້າ.

Top