• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະບານລາວສັ່ງຢຸດຊົ່ວຄາວບັນດາໂຄງການເຂື່ອນໄຟຟ້າທີ່ໄດ້ລົງນາມ MOU ແລະ PDA

      ຕອນທ່ຽງວັນທີ 7 ສິງຫາ, ກະຊວງການຕ່າງປະເທດຂອງລາວໄດ້ຈັດການຖະແຫຼງຂ່າວກ່ຽວກັບສະພາບນ້ຳຖ້ວມຢູ່ລາວ ແລະ ຄວາມຄືບໜ້າໃນການແກ້ໄຂຜົນຮ້າຍຢ້ອນຫຼັງອຸບັດເຫດອ່າງເກັບນ້ຳເຂື່ອນໄຟຟ້າເຊປຽນ - ເຊນ້ຳນ້ອຍ ແຂວງອັດຕະປືແຕກ. 

(ພາບປະກອບ: TTXVN) 
      ກ່າວຄຳເຫັນໃນການຖະແຫຼງຂ່າວ, ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ຂອງລາວໃຫ້ຮູ້ວ່າ: ຍ້ອນອຸບັດເຫດອ່າງເກັບນ້ຳເຂື່ອນໄຟຟ້າເຊປຽນ - ເຊນ້ຳນ້ອຍແຕກ, ລັດຖະບານລາວໄດ້ຕັດສິນໃຫ້ຢຸດຊົ່ວຄາວທັງໝົດບັນດາໂຄງການເຂື່ອນໄຟຟ້າທີ່ໄດ້ລົງນາມບົດບັນທຶກຊ່ວຍຈຳ (MOU) ແລະ ສັນຍາພັດທະນາໂຄງການ (PDA) ໃນທົ່ວປະເທດ ເພື່ອດຳເນີນການຕີລາຄາ ແລະ ກວດກາຕື່ມອີກ.
ກ່ອນໜ້ານັ້ນ, ໃນເວລາ 20 ໂມງ ຂອງວັນທີ 23 ກໍລະກົດ ຕາມເວລາຢູ່ຫວຽດນາມ ໄດ້ເກີດເຫດການອ່າງເກັບນ້ຳເຂື່ອນໄຟຟ້າເຊປຽນ - ເຊນ້ຳນ້ອຍແຕກ, ກໍ່ໃຫ້ເກີດນ້ຳຖ້ວມໃນ 10 ບ້ານ ຢູ່ລຸ່ມເຂື່ອນ ແລະ ເຮັດໃຫ້ຖືກຕິດຄ້າງທົ່ວທັງເມືອງສະໜາມໄຊ, ໃນນັ້ນມີ 5 ບ້ານຂອງເມືອງສະໜາມໄຊຖືກນ້ຳຖ້ວມທັງໝົດ. ເຫດເຂື່ອນແຕກໄດ້ສົ່ງຜົນກະທົບຕໍ່ປະຊາຊົນຫຼາຍກວ່າ 1.300 ຄອບຄົວ, 6.600 ກວ່າຄົນ ແລະ ມີຫຼາຍຄົນຖືກຫາຍສາບສູນ.
 (ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top