• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະບານຈັດກອງປະຊຸມສະໄໝສາມັນປະຈຳເດືອນທັນວາ

ຕອນບ່າຍວັນທີ 29 ທັນວາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກໄດ້ເປັນປະທານ ກອງປະຊຸມສະໄໝສາມັນປະຈຳເດືອນທັນວາ ຂອງລັດຖະບານ ຊຶ່ງໄດ້ປຶກສາຫາລືກ່ຽວກັບວຽກງານສ້າງລະບອບລະບຽບການ ນະໂຍບາຍ, ກົດໝາຍໃຫ້ສົມບູນແບບ.


ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ

ກ່າວຄຳເຫັນທີ່ ກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ສະເໜີໃຫ້ຈັດຕັ້ງປະຕິບັດຄຳສັ່ງກ່ຽວກັບການຍົກສູງຄຸນນະພາບວຽກງານການສ້າງລະບົບກົດໝາຍໃຫ້ສົມບູນແບບ, ເພີ່ມທະວີປະສິດທິຜົນ ການປະຕິບັດກົດໝາຍ; ພະນັກງານ, ຂະແໜງການເປັນເຈົ້າການສົມທົບປັບປຸງບັນດາຮ່າງກົດໝາຍທີ່ສະພາແຫ່ງຊາດຊຸດທີ 14 ໄດ້ໃຫ້ຄຳເຫັນຢູ່ທີ່ກອງປະຊຸມຄັ້ງທີ 10, ສຸມໃສ່ຮຽບຮຽງ, ຍື່ນສະເໜີບັນດາຮ່າງກົດໝາຍທີ່ຂຶ້ນກັບໂຄງການສ້າງກົດໝາຍປີ 2021.

    ທີ່ກອງປະຊຸມ, ລັດຖະບານຍັງປຶກສາຫາລືຮ່າງດຳລັດກ່ຽວກັບການກຳນົດມາດຖານຄວາມທຸກຍາກຫຼາຍສົ້ນແຫ່ງຊາດໄລຍະ 2021-2025. ສະເໜີສ້າງກົດໝາຍວ່າດ້ວຍນ້ຳມັນອາຍແກັດ ສະບັບປັບປຸງ ແລະ ເອກະສານອື່ນໆອີກບາງສະບັບ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຍົກອອກ 3 ຂໍ້ສະເໜີແນະນະໂຍບາຍທີ່ກອງປະຊຸມລັດຖະມົນຕີ UNCTAD

ຫວຽດນາມ ຍົກອອກ 3 ຂໍ້ສະເໜີແນະນະໂຍບາຍທີ່ກອງປະຊຸມລັດຖະມົນຕີ UNCTAD

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນມິງຮັ່ງ ຕີລາຄາວ່າ ໂລກພວມຢືນຢູ່ຕໍ່ໜ້າບັນດາການຫັນປ່ຽນມີລັກສະນະບາດລ້ຽວດ້ານເສດຖະກິດ, ເຕັກໂນໂລຊີ ແລະ ພູມສາດການເມືອງ…

Top