• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະບານຈັດຕັ້ງກອງປະຊຸມຖະແຫຼງຂ່າວປະຈຳເດືອນ ມັງກອນ 2019

ຕອນບ່າຍວັນທີ 31 ມັງກອນ ຢູ່ຮ່າໂນ້ຍ, ລັດຖະບານ ຫວຽດນາມ ໄດ້ດຳເນີນກອງປະຊຸມຖະແຫຼງຂ່າວປະຈຳເດືອນ ມັງກອນ 2019 ໂດຍແຈ້ງໃຫ້ຊາບກ່ຽວກັບບັນດາບັນຫາເສດຖະກິດສັງຄົມເຊິ່ງສື່ມວນຊົນ ແລະ ຫາງສຽງມີຄວາມສົນໃຈ.

ເມື່ອຕອບສຳພາດຕໍ່ສື່ມວນຊົນກ່ຽວກັບເລື່ອງປະຊາຊົນປະສົບກັບຄວາມຫຍຸ້ງຍາກເມື່ອປ່ຽນເຄືອຂ່າຍໂທລະສັບດ້ວຍການຮັກສາເບີເດີມ, ທ່ານ ຮ່ວາງຫວີງບາວ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ຖືວ່າ:

        ແຕ່ລະອາທິດ ພວກຂ້າພະເຈົ້າໄດ້ແລກປ່ຽນວຽກງານ ເພື່ອແກ້ໄຂບັນດາສິ່ງຕິດຄັດຢ່າງທັນການ, ຮຽກຮ້ອງບັນດາບໍລິສັດເຄືອຂ່າຍໂທລະສັບເປີດເຜີຍຂັ້ນຕອນການປ່ຽນ ເພື່ອໃຫ້ປະຊາຊົນຮັບຮູ້. ທ້າຍເດືອນນີ້ ພວກຂ້າພະເຈົ້າຈະຕິດຕັ້ງໂທລະສັບສາຍດ່ວນ ເພື່ອຮັບການສ່ອງແສງຈາກປະຊາຊົນ.

        ກ່ຽວຂ້ອງເຖິງບັນຫາຕູ້ container ຕິດຄ້າງຢູ່ທ່າກ່ຳປັ່ນ ຫ໋າຍຟ່ອງ, ທ່ານຮອງລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ເລກົງແທັ່ງ ໃຫ້ຮູ້ວ່າ: ໜ່ວຍງານປະຕິບັດງານຂອງລັດຖະບານ ແລະ ນາຍົກລັດຖະມົນຕີ ໄດ້ຊີ້ນຳວ່າ ໃນໄລຍະຈະມາເຖິງຈະປັບປຸງຂໍ້ກຳນົດການກວດກາແຫ່ງລັດ ກ່ຽວກັບຄຸນນະພາບສິ່ງເສດເຫຼືອນຳເຂົ້າຕາມທິດເພີ່ມທະວີຄວາມຮັບຜິດຊອບພາຍຫລັງການກວດກາ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top