• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລະດົມແຫຼ່ງກຳລັງເບິ່ງແຍງດູແລບັນດາຄອບຄົວນະໂຍບາຍ


ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ດັ້ງ​ທິງ​ອກທິ້ງ 
ຕ້ອນ​ຮັບ​ຄະນະ​ຜູ້​ແທນ ຜູ້​ທີ່​ມີ​ຄຸນ​ງານ​ຄວາມ​ດີ​ແຂວງ ຕ່ຽນຢາງ
(ພາບ: TTXVN)
      ຕອນ​ເຊົ້າ​ວັນ​ທີ 5/4, ຢູ່​ສຳນັກງານ​ປະທານ​ປະ​ເທດ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ດັ້ງ​ທິງ​ອກທິ້ງ ​ໄດ້​ໃຫ້ການຕ້ອນ​ຮັບ​ຄະນະ​ຜູ້​ແທນ ຜູ້​ທີ່​ມີ​ຄຸນ​ງານ​ຄວາມ​ດີ​ແຂວງ ຕ່ຽນຢາງ ​ເນື່ອງ​ໃນ​ໂອກາດ​ທີ່​ຄະນະ​ມາ​ຢ້ຽມຢາມ ຮ່າ​ໂນ້ຍ. ທີ່​ການ​ຕ້ອນຮັບ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຢືນຢັນ​ວ່າ ພັກ ​ແລະ ລັດ​ຍາມ​ໃດ​ກໍ່​ຈົດ​ຈຳ​ຕໍ່​ການ​ເສຍສະຫຼະ​ຊີວິດ ​ແລະ ການ​ອຸທິດ​ສ່ວນ​ອັນ​ໃຫຍ່​ຫຼວງ​ຂອງ​ບັນດາ​ວິລະ​ຊົນ​​ທີ່​ໄດ້​ເສຍສະຫຼະ​ຊີວິດ, ບັນດາ​ແມ່ ຫວຽດນາມ ວິລະ​ຊົນ ​ແລະ ບັນດາ​ຜູ້​ທີ່​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ​ໃນ​ທົ່ວ​ປະ​ເທດ​ເວົ້າ​ລວມ, ​ແລະ​ແຂວງ ຕ່ຽນຢາງ ​ເວົ້າ​ສະ​ເພາະ, ​ເຊິ່ງ​ໄດ້​ປະກອບສ່ວນ​ໃຫ້​ພາລະກິດ​ຕໍ່ສູ້​ຍາດ​ເອົາ​ເອກະລາດ, ​ເອກະ​ພາບ​ໃຫ້​ແກ່​ປະ​ເທດ​ຊາດ ກໍ່​ຄື​ໃນ​ພາລະກິດ​ແຫ່ງ​ການສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ປະຈຸ​ບັນ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຊີ້​ແຈ້ງວ່າ ພັກ ​ແລະ ລັດ​ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່ ​ແລະ ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ມີ​ນະ​ໂຍບາຍ​ທີ່​ເໝາະ​ສົມ, ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ເບິ່ງ​ແຍງ​ດູ​ແລ, ​ເພື່ອ​ແນ​ໃສ່​ຍົກ​ສູງ​ຊີວິດ​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ໃຫ້​ແກ່​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ການ​ປະຕິວັດ ​ເພື່ອ​ໃຫ້​ເຂົາ​ເຈົ້າ​ມີ​ລະດັບ​ຄອງ​ຊີບ​ເທົ່າ​ທຽມ ຫຼື​ສູງ​ກວ່າ​ລະດັບ​ສະ​ເລ່ຍຂອງ​ປະຊາຊົນ​ບ່ອນ​ທີ່​ເຂົາ​ເຈົ້າ​ຢູ່​ອາ​ໄສ. ທ່ານ​ນາງ​ປາຖະໜາ​ວ່າບັນດາຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ການ​ປະຕິວັດຈະ​ສືບ​ຕໍ່​ເປັນ​ເສນາ​ທິການ​ໃຫ້​ຄະນະ​ພັກ, ອຳນາດ​ການ​ປົກຄອງ​ທ້ອງ​ຖີ່​ນ​ທຸກ​ຂັ້ນ ​ເພື່ອ​ປະຕິບັດ​ສຳ​ເລັດ​ໜ້າ​ທີ່​ການ​ເມືອງ, ພ້ອມ​ທັງ​ຊຸກຍູ້​ລຸ້ນໜຸ່ມ​ຮຳ່ຮຽນ ​ແລະ ອຸທິດ​ສ່ວນ​ເຂົ້າ​ໃນ​ການ​ສ້າງສາ​ປະ​ເທດ​ຊາດ​ໃຫ້​ນັບ​ມື້​ນັບ​ພັດທະນາ.
 (ແຫຼ່ງຄັດຈາກ VOV)
 

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top