• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລະດົມທຸກແຫຼ່ງກຳລັງເພື່ອຮັບປະກັນແຫຼ່ງວັກຊິນໃຫ້ແກ່ປະຊາຊົນທຸກຄົນ

      ລະດົມທຸກແຫຼ່ງກຳລັງໃນສັງຄົມເພື່ອຮັບປະກັນແຫຼ່ງວັກຊິນໃຫ້ແກ່ປະຊາຊົນທຸກຄົນ  ແນໃສ່ຕ້ານໂລກລະບາດຢ່າງມີປະສິດທິຜົນໃນໄລຍະຈະມາເຖິງ”.
             ນີ້ແມ່ນເນື້ອໃນທີ່ບັນດາການນຳໄດ້ເນັ້ນໜັກເຖິງໃນການໂອ້ລົມສົນທະນາ ດ້ວຍຫົວຂໍ້ “ບັນດາຍຸດທະສາດໃໝ່ໃນການຕ້ານໂລກລະບາດ ແລະ ການພັດທະນາເສດຖະກິດ” ໂດຍປະຕູຖານຂໍ້ມູນຂ່າວສານເອເລັກໂຕນິກ ລັດຖະບານ ຈັດຕັ້ງຂຶ້ນໃນຕອນບ່າຍວັນທີ 26 ພຶດສະພາ ຢູ່ ຮ່າໂນ້ຍ. ທ່ານປະທານ ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ຫວູຕ໊ຽນລົກ ເນັ້ນໜັກວ່າ ໃນສະພາບການປັດຈຸບັນ, ຕ້ອງເປັນເຈົ້າການ, ຕັ້ງໜ້າ ເພື່ອສາມາດທັງປ້ອງກັນໂລກລະບາດ, ທັງພັດທະນາເສດຖະກິດ - ສັງຄົມ.
ທ່ານປະທານ ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ຫວູຕ໊ຽນລົກ (ພາບ: TTXVN)
      ພວກຂ້າພະເຈົ້າຖືວ່າ ທັດສະນະເປັນເຈົ້າການ, ຕັ້ງໜ້າປະຕິບັດ ເພື່ອສາມາດທັງປ້ອງກັນ, ຕ້ານໂລກລະບາດ ທັງພັດທະນາເສດຖະກິດສັງຄົມ ເພື່ອຮັບປະກັນຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ ແມ່ນມີຄວາມສຳຄັນທີ່ສຸດ. ນີ້ແມ່ນສິ່ງທ້າທາຍອັນໃຫຍ່ຫຼວງ, ຮຽກຮ້ອງຕ້ອງມີການເຂົ້າຮ່ວມດ້ວຍຄວາມເຫັນດີເຫັນພ້ອມຂອງທັງລະບົບການເມືອງ. ດັ່ງນັ້ນ, ຕ້ອງມີລະບົບບັນດານະໂຍບາຍ, ມາດຕະການທີ່ມີໄຫວພິບ, ໃນການບໍລິຫານພັດທະນາເສດຖະກິດ, ໃນການຮັບມືກັບບັນດາໄລຍະໃນປັດຈຸບັນ ເພື່ອປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ເປັນເຈົ້າການ ແລະ ຕັ້ງໜ້າໃນການເພີ່ມທະວີຄວາມສາມາດຮັບມືກັບໂລກລະບາດ”. 
 (ແຫຼ່ງຄັດຈາກ VOV)


ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top