• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພໍ່ແມ່ປະຊາຊົນຊາວຄຼິດມີການປະກອບສ່ວນສຳຄັນໃນພາລະກິດພັດທະນາປະເທດຊາດ

ຕອນເຊົ້າວັນທີ 2 ກຸມພາ, ຢູ່ຮ່າໂນ້ຍ, ທ່ານນາງຫົວໜ້າຄະນະຂົນຂວາຍປະຊາຊົນ ສູນກາງ ເຈືອງທິມາຍ ໄດ້ໃຫ້ການຕ້ອນຮັບ ຄະນະກຳມະການສາມັກຄີຊາວຄຼິດຫວຽດນາມ

ທ່ານນາງ ເຈືອງທິມາຍ ໄດ້ໃຫ້ການຕ້ອນຮັບ ຄະນະກຳມະການສາມັກຄີຊາວຄຼິດຫວຽດນາມ (ພາບ: TTXVN)

ໂດຍຄຸນພໍ່ ເຈິ່ນຊວນແມ້ງ ຮັກສາການປະທານ ທັງເປັນເລຂາທິການໃຫຍ່ ຄະນະກຳມະການສາມັກຄີຊາວຄຼິດຫວຽດນາມ ນຳໜ້າ.

        ທີ່ການຕ້ອນຮັບ, ທ່ານນາງຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ເຈືອງທິມາຍ ຕີລາຄາວ່າ: ຄະນະກຳມະການສາມັກຄີຊາວຄຼິດຫວຽດນາມ ແມ່ນຂົວຕໍ່ສຳຄັນໃນເລື່ອງສ້າງການພົວພັນອັນດີງາມ ລະຫວ່າງ ພໍ່ແມ່ປະຊາຊົນຊາວຄຼິດ ແລະ ທົ່ວລະບົບການເມືອງ. ທ່ານນາງ ເຈືອງທິມາຍ ຢືນຢັນວ່າ: ບັນດາຜົນງານດ້ານເສດຖະກິດ - ສັງຄົມ, ການຮັບປະກັນດ້ານ ປ້ອງກັນຊາດ - ປ້ອງກັນຄວາມສະຫງົບຂອງທັງປະເທດໃນປີ 2017 ໄດ້ມີການປະກອບສ່ວນສຳຄັນ ຂອງພໍ່ແມ່ປະຊາຊົນຊາວຄຼິດທີ່ສຸດ.

        ຕາງໜ້າໃຫ້ຄະນະກຳມະການສາມັກຄີຊາວຄຼິດຫວຽດນາມ, ຄຸນພໍ່ ເຈິ່ນຊວນແມ້ງ ຢືນຢັນວ່າ: ຄະນະກຳມະການສາມັກຄີຊາວຄຼິດຫວຽດນາມ ຈະກາຍເປັນອົງການຈັດຕັ້ງທີ່ເປັນຂົວຕໍ່ລະຫວ່າງສາສະໜາກັບຊີວີດ, ກັບສັງຄົມ; ສືບຕໍ່ລະດົມກຳລັງໃຈໃຫ້ພໍ່ແມ່ປະຊາຊົນຊາວຄຼິດໃນທົ່ວປະເທດ ດຳລົງຊີວິດຢູ່ໃນສິນກິນໃນທຳ, ເປັນພົນລະເມືອງທີ່ດີ, ຮ່ວມເດີນທາງ, ແບ່ງປັນພ້ອມກັບປະເທດຊາດໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.

(ແຫຼ່ງຄັດຈາກ VOV)


ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ ແຂວງ​ແບບ​ຢ່າງ, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ “ແຂວງ​ແບບ​ຢ່າງ”, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ຕອນເຊົ້າວັນທີ 15 ຕຸລາ, ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ແທັງຮວ໊າ ຄັ້ງທີ XX ອາຍຸການ 2025 – 2030 ຖືກໄຂຂຶ້ນຢ່າງເປັນທາງການ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່.

Top