• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພົບປະແລກປ່ຽນລະຫວ່າງຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ແລະ ລາວ

      ເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື, 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດາມ - ລາວ, ແຕ່ວັນທີ 24 -28 ກໍລະກົດ, ຢູ່ ດ່ານັ້ງ, ຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ແລະ ຫ້ອງວ່າການສະພາແຫ່ງຊາດລາວ ໄດ້ສົມທົບກັນຈັດຕັ້ງກອງປະຊຸມສຳມະນາ ແລະ ການພົບປະແລກປ່ຽນວຽກງານຄັ້ງທີ 9. 

ບັນດາຜູ້ແທນຖ່າຍຮູບທີ່ລະນຶກພາຍຫຼັງກອງປະຊຸມ ສຳມະນາ
      ກ່າວຄຳເຫັນທີ່ວາລະໄຂໃນຕອນເຊົ້າວັນທີ 25 ກໍລະກົດ, ທ່ານນາງ ຕ່ອງທິຟ໋ອງ, ຮອງປະທານຜູ້ປະຈຳສະພາແຫ່ງຊາດ ຫວຽດນາມ ໄດ້ເນັ້ນໜັກວ່າການຈັດຕັ້ງກອງປະຊຸມສຳມະນາປະຈຳປີ ແລະ ການພົບປະແລກປ່ຽນລະຫວ່າງຫ້ອງວ່າການສະພາແຫ່ງຊາດ 2 ປະເທດ ແມ່ນການສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈສູງ, ການແບ່ງປັນບົດຮຽນກ່ຽວກັບບົດບາດ, ຄວາມຮັບຜິດຊອບຂອງ 2 ອົງການຊ່ວຍວຽກຂອງສະພາແຫ່ງຊາດ 2 ປະເທດ:
        ຕ້ອງເລືອກເຟັ້ນບັນດາຫົວຂໍ້ລະອຽດຈາກພຶດຕິກຳຕົວຈິງຮັບໃຊ້ ແລະ ເປັນເສນາທິການໃຫ້ແກ່ສະພາແຫ່ງຊາດໃນບັນດາຂົງເຂດນິຕິບັນຍັດ, ຕິດຕາມກວດກາ ແລະ ຕັດສິນບັນດາບັນຫາໃຫຍ່ຂອງປະເທດຊາດເພື່ອແລກປ່ຽນ, ແບ່ງປັນບົດຮຽນນັບທັງບົດບາດຂອງເລຂາທິການໃຫຍ່ ແລະ ຄະນະເລຂາສະພາແຫ່ງຊາດ 2 ປະເທດ ໃນການສົມທົບກັນຊີ້ນຳວຽກງານຄົ້ນຄ້ວາ, ເປັນເສນາທິການສັງລວມ ແລະ ພຶດຕິກຳຕົວຈິງໃນການຮັບໃຊ້ການເຄື່ອນໄຫວຂອງສະພາແຫ່ງຊາດຊ່ວຍໃຫ້ປະທານສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ, ບັນດາອົງການຂອງສະພາແຫ່ງຊາດປະຕິບັດວຽກງານພົວພັນຕ່າງປະເທດ, ວຽກງານພົວພັນພາຍໃນ ແລະ ຮັກສາການພົວພັນກັບບັນດາສະມາຊິກສະພາແຫ່ງຊາດ.
 (ແຫຼ່ງຄັດຈາກ VOV)

 

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top