• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພົນໂທ ຟານວັນຢາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຕ້ອນຮັບຜູ້ບັນຊາການທະຫານເຮືອສ.ເກົາຫຼີ

ຕອນບ່າຍວັນທີ 05 ກໍລະກົດ, ຢູ່ຮ່າໂນ້ຍ, ພົນໂທ ຟານວັນຢາງ, ເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໃຫ້ການຕ້ອນຮັບທ່ານພົນເຮືອເອກ Um Huyn Seong, ຜູ້ບັນຊາການກອງທັບເຮືອສ.ເກົາຫຼີ ມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.


ພົນໂທ ຟານວັນຢາງ ຕ້ອນຮັບທ່ານພົນເຮືອເອກ Um Huyn Seong

(ພາບ: qdnd.vn)

ນະທີ່ນີ້, ພົນໂທ ຟານວັນຢາງ ຢືນຢັນວ່າ, ໃນຊຸມປີຜ່ານມາ, ການຮ່ວມມືດ້ານປ້ອງກັນຊາດຂອງ 2 ປະເທດໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນໃນຫຼາຍຂົງເຂດ, ໃນນັ້ນມີການຮ່ວມມືລະຫວ່າງກຳລັງກອງທັບເຮືອ 2 ປະເທດ, ປະກອບສ່ວນສຳຄັນເຂົ້າໃນເລື່ອງເພີ່ມທະວີການພົວພັນມິດຕະພາບລະຫວ່າງ 2 ປະເທດ.

      ສ່ວນທ່ານພົນເຮືອເອກ Um Huyn Seong ສະແດງຄວາມປິຕິຊົມຊື່ນເມື່ອໄດ້ມາຢ້ຽມຢາມ, ຊອກຮູ້ກ່ຽວກັບປະເທດຊາດ, ປະຊາຊົນ ແລະ ກອງທັບປະຊາຊົນຫວຽດນາມ.

      ກ່ອນໜ້ານັ້ນ, ທ່ານພົນເຮືອເອກ Um Huyn Seong ແລະ ຄະນະຜູ້ແທນໄດ້ມີການເຈລະຈາກັບກອງບັນຊາການກອງທັບເຮືອປະຊາຊົນຫວຽດນາມ. ທີ່ການເຈລະຈາ, 2 ຝ່າຍໄດ້ຕີລາຄາໝາກຜົນການຮ່ວມມື ແລະ ການກຳນົດທິດເນື້ອໃນຮ່ວມມືລະຫວ່າງກອງທັບເຮືອຫວຽດນາມ ແລະ ສ.ເກົາຫຼີ ໃນໄລຍະຈະມາເຖິງ.

(ແຫຼ່ງຄັດຈາກ VOV)


ການ​ເຈ​ລະ​ຈາ​ຢຸດ​ຍິງ​ຢູ່​ເຂດ​ກາ​ຊາ ໄດ້​ຮັບ​ການ​ຍູ້​ແຮງ

ການ​ເຈ​ລະ​ຈາ​ຢຸດ​ຍິງ​ຢູ່​ເຂດ​ກາ​ຊາ ໄດ້​ຮັບ​ການ​ຍູ້​ແຮງ

ທ່ານ Ibrahim Kalin ຜູ້ອຳນວຍການອົງການສືບຂ່າວແຫ່ງຊາດ ຕວັກກີ ໄດ້ມີການປຶກສາຫາລືຢູ່ນະຄອນ ອານກາຣາ ກັບຄະນະຜູ້ແທນຂັ້ນສູງຂອງຂະບວນການອິດສະລາມ ຮາມາດໂດຍທ່ານ Muhammad Darwish ນຳໜ້າ.

Top