• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພົນເອກໂງຊວນລິກເຂົ້າຮ່ວມເວທີປາໄສແຊງຊາງປັກກິງແລະຢ້ຽມຢາມຈີນຢ່າງເປັນທາງການ

ໂດຍໄດ້ຮັບຄຳເຊື້ອເຊີນຈາກພົນໂທ ອວຍເພິງເຄືອ,  ກຳມະການຄະນະລັດຖະບານ, ລັດຖະມົນຕີກະຊວງປ້ອງກັນປະເທດຈີນ, ຄະນະຜູ້ແທນຂັ້ນສູງຫວຽດນາມ ໂດຍພົນເອກ ໂງຊວນລິກ, ກຳມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ນຳໜ້າເດີນທາງເຂົ້າຮ່ວມເວທີປາໄສແຊງຊາງປັກກິງ ຄັ້ງທີ 8 ຢູ່ປັກກິງ, ປະເທດຈີນ ໃນລະຫວ່າງວັນທີ 24 – 26 ຕຸລາ.

ພົນເອກ ໂງຊວນລິກ ຈະມີບົດກ່າວປາໄສສຳຄັນທີ່ວາລະປະຊຸມຄົບຄະນະທຳອິດຂອງເວທີປາໄສ ກ່ຽວກັບຫົວຂໍ້ຄຸ້ມຄອງຄວາມໝັ້ນຄົງສາກົນ.

        ເລື່ອງຄະນະຜູ້ແທນການທະຫານຂັ້ນສູງຫວຽດນາມ ເຂົ້າຮ່ວມເວທີປາໄສແຊງຊາງປັກກິງ ຄັ້ງນີ້ແມ່ນເພື່ອແນໃສ່ສືບຕໍ່ຢືນຢັນບົດບາດຕັ້ງໜ້າ, ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບຢ່າງສູງຂອງຫວຽດນາມ ຕໍ່ບັນດາບັນຫາສາກົນ ແລະ ພາກພື້ນ; ສະແດງໃຫ້ເຫັນທັດສະນະຂອງຫວຽດນາມ ກ່ຽວກັບບັນດາບັນຫາຄວາມໝັ້ນຄົງ ແລະ ການພັດທະນາ ເຊິ່ງໂລກ, ພາກພື້ນຕ່າງກໍ່ມີຄວາມສົນໃຈ, ພ້ອມທັງຕໍ່ສູ້ປົກປັກຮັກສາຜົນປະໂຫຍດຂອງຊາດ.

        ພາຍຫຼັງເຂົ້າຮ່ວມເວທີປາໄສດັ່ງກ່າວ, ພົນເອກ ໂງຊວນລິກ ຈະນຳໜ້າຄະນະຜູ້ແທນການທະຫານຂັ້ນສູງຫວຽດນາມ ຢ້ຽມຢາມສປ.ຈີນ ຢ່າງເປັນທາງການ ໃນລະຫວ່າງວັນທີ 26 – 28 ຕຸລາ, ຕາມຄຳເຊື້ອເຊີນຂອງພົນໂທ ອວຍເພິງເຄືອ, ລັດຖະມົນຕີກະຊວງປ້ອງກັນປະເທດຈີນ.

(ແຫຼ່ງຄັດຈາກ VOV)


ປະ​ຕິ​ບັດ​ການ​ປ້ອງ​ກັນ, ຕ້ານ​ການ​ຂຸ້ນ​ຄົ້ນ IUU ຢ່າງ​ຂ້ຽວ​ຂາດ

ປະ​ຕິ​ບັດ​ການ​ປ້ອງ​ກັນ, ຕ້ານ​ການ​ຂຸ້ນ​ຄົ້ນ IUU ຢ່າງ​ຂ້ຽວ​ຂາດ

ຄະນະປະຕິບັດງານຂອງກະຊວງປ້ອງກັນປະເທດ ໄດ້ຮຽກຮ້ອງຕຳຫຼວດທະເລເຂດ 4 ສືບຕໍ່ຍົກສູງຄຸນນະພາບ, ປະສິດທິຜົນໃນວຽກງານໂຄສະນາເຜີຍແຜ່ກົດໝາຍໃຫ້ແກ່ຊາວປະມົງ, ການລາດຕະເວນ, ກວດກາ, ຄວບຄຸມ, ຕິດຕາມກຳປັ່ນຫາປາເຄື່ອນໄຫວຢູ່ທະເລຢ່າງແໜ້ນແຟ້ນ…

Top