• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິ​ທີ​ໄວ້​ອາ​ໄລ​, ມອບ-ຮັບອັດ​ຖິ​ທະ​ຫານ​ອາ​ສາ​ສະ​ໝັກ, ນັກຊ່ຽວ​ຊານ ຫວຽດ​ນາມ ​ທີ່​ເສຍ​ສະຫຼະ​ຊີ​ວິດຢູ່​ລາວກັບ​ເມືອ​ປະ​ເທດ

ນັບແຕ່ປີ 1999 ມາຮອດປັດຈຸບັນ, ຄະນະປະຕິບັດງານພິເສດແຂວງ ຮ່າຕິງ ຫວຽດນາມ ໄດ້ສົມທົບກັບຄະນະປະຕິບັດງານພິເສດນະຄອນຫຼວງ ວຽງຈັນ, ແຂວງ ບໍລິຄຳໄຊ, ແຂວງວຽງຈັນ, ຊອກຫາ, ຂຸດຄົ້ນ ແລະ ທ້ອນໂຮມ ອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມທີ່ເສຍສະຫຼະຊີວິດ ຢູ່ ລາວໄດ້ 769 ຊຸດ.

ການນຳແຂວງຮ່າຕິງ ແລະ ນະຄອນຫຼວງ ວຽກຈັນ ມອບເອກະສານບັນທຶກການມອບ-ຮັບອັດຖິທະຫານອາສາສະໝັກ, ນັກຊ່ຽວຊານ ຫວຽດນາມ
ໃນລະຫວ່າງວັນທີ  7 – 8 ພຶດສະພາ, ຄະນະປະຕິບັດງານພິເສດນະຄອນຫຼວງວຽງຈັນ ແລະ ແຂວງບໍລິຄຳໄຊ, ປະເທດລາວໄດ້ຈັດຕັ້ງພິທີໄວ້ອາໄລ ແລະ ມອບ-ຮັບອັດຖິທະຫານອາສາສະໝັກ, ນັກຊ່ຽວຊານ ຫວຽດນາມ 7 ຊຸດທີ່ເສຍສະຫຼະຊີວິດ ເມື່ອປະຕິບັດໜ້າທີ່ ສາກົນຢູ່ລາວ ກັບເມືອປະເທດ.

ການນຳນະຄອນຫລວງ ວຽງຈັນ ໄວ້ອາໄລດວງວິນຍານທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດ
ນັບແຕ່ປີ 1999 ມາຮອດປັດຈຸບັນ, ຄະນະປະຕິບັດງານພິເສດແຂວງ ຮ່າຕິງ ຫວຽດນາມ ໄດ້ສົມທົບກັບຄະນະປະຕິບັດງານພິເສດນະຄອນຫຼວງ ວຽງຈັນ, ແຂວງ ບໍລິຄຳໄຊ, ແຂວງວຽງຈັນ, ຊອກຫາ, ຂຸດຄົ້ນ ແລະ ທ້ອນໂຮມ ອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມທີ່ເສຍສະຫຼະຊີວິດ ຢູ່ ລາວໄດ້ 769 ຊຸດ. ສະເພາະການທ້ອນໂຮມນັບແຕ່ເດືອນກຸມພາ - ເມສາ ຂອງປີນີ້, ສາມາດທ້ອນໂຮມໄດ້ອັດຖິ 7 ຊຸດຢູ່ນະຄອນຫຼວງ ວຽງຈັນ ແລະ ແຂວງບໍລິຄຳໄຊ ແລະ ໄດ້ນຳມາປົງຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຂວງຮ່າຕິງ.
(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top