• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີສົ່ງຄະນະນັກກິລາຫວຽດນາມ ເດີນທາງເຂົ້າຮ່ວມ ASIAD 2018

ຕອນເຊົ້າວັນທີ 14 ສິງຫາ, ຢູ່ທ່າອາກາດສະຍານສາກົນໂນ້ຍບ່າຍ, ບໍລິສັດໃຫຍ່ການບິນຫວຽດນາມ ໄດ້ສົມທົບກັບກົມໃຫຍ່ກິລາກາຍຍະກຳ - ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ຈັດຕັ້ງພິທີສົ່ງຄະນະນັກກິລາຫວຽດນາມ ເດີນທາງໄປອິນໂດເນເຊຍ ເຂົ້າຮ່ວມງານມະຫາກຳກິລາອາຊີ (ASIAD) 2018.


ທີສົ່ງຄະນະນັກກິລາຫວຽດນາມ ເດີນທາງເຂົ້າຮ່ວມ ASIAD 2018

(ພາບ: thethao.sggp.org.vn)

ທີ່ ASIAD 2018, ຄະນະນັກກິລາຫວຽດນາມ ໄດ້ເຂົ້າຮ່ວມງານມະຫາກຳກິລາ ດ້ວຍຈຳນວນນັກກິລາຫຼາຍກວ່າໝູ່ນັບແຕ່ກ່ອນມາຮອດປະຈຸບັນ. ໃນຕອນເຊົ້າວັນທີ 14 ສິງຫາ, ຄະນະພະນັກງານ ແລະ ນັກກິລາຂອງບັນດາທິມກິລາອຸປະກອນ, ລອຍນ້ຳ ແລະ ຍິງປືນ ໄດ້ມີໜ້າຢູ່ສະໜາມບິນໂນ້ຍບ່າຍ ເພື່ອເດີນທາງໄປແຂ່ງຂັນ.

        ໃນວັນທີ 16 ສິງຫາ, ພິທີຊັກທຸງຂອງຄະນະນັກກິລາຫວຽດນາມ ທີ່ ASIAD ຈະດຳເນີນຢູ່ບ້ານກິລາ ຈາກາກຕາ.

(ແຫຼ່ງຄັດຈາກ VOV)


ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top