• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີມອບລາງວັນຖະແຫລງຂ່າວການຕ່າງປະເທດປີ2017

      ວັນທີ 14 ມີຖຸນາ ຢູ່ ຮ່າໂນ້ຍ, ຄະນະໂຄສະນາສຶກສາສູນກາງ, ຄະນະຊີ້ນຳວຽກງານຖະແຫລງຂ່າວການຕ່າງປະເທດສູນກາງ ໄດ້ສົມທົບກັບຫນັງສືພິມເຍີນເຢີນ ຈັດຕັ້ງພິທີມອບລາງວັນທົ່ວປະເທດກ່ຽວກັບຖະແຫລງຂ່າວການຕ່າງປະເທດປີ 2017. 

ເຂົ້າຮ່ວມພິທີ ມີ ທ່ານ ຟ້າມບີງມີງ, ຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີການຕ່າງປະເທດຫວຽດນາມ, ທ່ານ ຫວໍວັນເຖືອງ ຫົວຫນ້າຄະນະໂຄສະນາສຶກສາສູນກາງ, ຫົວຫນ້າຄະນະຊີ້ນຳວຽກງານຖະແຫລງຂ່າວການຕ່າງປະເທດສູນກາງ.
      ພາຍຫລັງປຸກລະດົມໃນໄລຍະຫນຶ່ງ, ຄະນະຈັດຕັ້ງໄດ້ຮັບ  970 ຜະລິດຕະພັນເຂົ້າຮ່ວມການເສັງ ສະແດງຜ່ານ 15 ພາສາ, ເພີ່ມຂຶ້ນ 8,6% ເມື່ອທຽບໃສ່ປີ 2016. ໃນການເສັງປີນີ້ ຄະນະຈັດຕັ້ງໄດ້ຄັດເລືອກເອົາ 67 ຜະລິດຕະພັນເພື່ອມອບລາງວັນທີຫນຶ່ງ, ທີສອງ, ທີສາມ ແລະ ລາງວັນຊົມເຊີຍ. ມີ 115 ອົງການສື່ມວນຊົນ, ພິມຈຳຫນ່າຍຂອງບັນດາຫົວຫນ່ວຍ, ທອ້ງຖິ່ນໄດ້ສົ່ງຜະລິດຕະພັນເຂົ້າຮ່ວມການເສັງ. ນອກຈາກບັນດານັກຂ່າວເຂົ້າຮ່ວມການເສັງແລ້ວ, ຍັງມີຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ເພື່ອນມິດສາກົນກໍ່ໄດ້ເຂົ້າຮ່ວມຢ່າງຕັ້ງຫນ້າ. ກ່າວຄຳເຫັນນະພິທີ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ ຊີ້ແຈ້ງວ່າ:
        ໂດຍໄດ້ຈັດຕັ້ງເປັນຄັ້ງທຳອິດເມື່ອປີ 2014, ມາຮອດປະຈຸບັນ ພິທີມອບລາງວັນທົ່ວປະເທດກ່ຽວກັບຖະແຫລງຂ່າວການຕ່າງປະເທດ ຢັ້ງຢືນໄດ້ຄຸນຄ່າ ແລະ ອິດທິພົນຊື່ສຽງ. ພາຍຫລັງ ພຽງ 3 ປີ ປະຕິບັດ, ຈຳນວນຜະລິດຕະພັນເຂົ້າຮ່ວມການເສັງໄດ້ເພີ່ມຂຶ້ນທົບສອງເທົ່າ ດ້ວຍ 970 ຜະລິດຕະພັນ ແລະ ຄຸນນະພາບ ກໍ່ເພີ່ມຂຶ້ນຢ່າງເຫັນໄດ້ຊັດ. ສິ່ງດັ່ງກ່າວແມ່ນສະແດງໃຫ້ເຫັນຄວາມດຶງດູດ, ຜົນສຳເລັດ ແລະ ການແຜ່ຂະຫຍາຍຂອງການເສັງວັນດັ່ງກ່າວ ກໍ່ຄືທີ່ຕັ້ງບົດບາດໃຫມ່ຂອງປະເທດຊາດພາຍຫລັງ 30 ປີແຫ່ງການປ່ຽນແປງໃຫມ່ ແລະ ເຊື່ອມໂຍງເຂົ້າກັບສາກົນ.
ປີ 2017, ການມອບລາງວັນທົ່ວປະເທດກ່ຽວກັບຖະແຫລງຂ່າວການຕ່າງປະເທດໄດ້ຮັບການຈັດຕັ້ງເປັນຄັ້ງທີ 4. ວິທະຍຸກະຈາຍສຽງຫວຽດນາມ ຍາດໄດ້ລາງວັນທີ ສອງ 3 ລາງວັນ, ລາງວັນທີສາມ 2 ລາງວັນ ແລະ ລາງວັນຊົມເຊີຍ 2 ລາງວັນ. ໃນນັ້ນ ພາກພາສາ ລາວ ໄດ້ຮັບລາງວັນທີ 2 ໃນການເສັງນີ້.
 (ແຫຼ່ງຄັດຈາກ VOV)

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ບົນພື້ນຖານການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ຫວຽດນາມ - ລາວ, ກວ່າ 2 ທົດສະວັດຜ່ານມາ, ສະຖາບັນຍຸຕິທຳ ຫວຽດນາມ ແລະ ສະຖາບັນຍຸຕິທຳລາວ ໄດ້ພ້ອມກັນຂຽນຕໍ່ເລື່ອງລາວທີ່ດີງາມກ່ຽວກັບການແບ່ງປັນພູມປັນຍາ, ການໜູນຊ່ວຍເຊິ່ງກັນແລະກັນ ໃນພາລະກິດ ກໍ່ສ້າງຖັນແຖວພະນັກງານກົດໝາຍໃຫ້ໝັ້ນຄົງເຂັ້ມແຂງ. ຈາກບັນດາການຢ້ຽມຢາມຄັ້ງທຳອິດ, ບັນດາຊຸດຮຽນທີ່ງ່າຍດາຍໃນຕົ້ນຊຸມປີ 2000, ຕະຫຼອດຮອດບັນດາໂຄງການຮ່ວມມືຂະໜາດໃຫຍ່, ການພົວພັນນັ້ນໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງດ້ວຍນ້ຳໃຈສະຫາຍ, ອ້າຍນ້ອງທີ່ສະໜິດຕິດພັນ.

Top