• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພັດທະນາເສດຖະກິດ, ສັງຄົມ; ຍົກສູງຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ ວັນສຸກ ທີ 1 ພະຈິກ ຄ.ສ. 2019 | 14:28:20

      ວັນທີ 01 ພະຈິກ, ສະພາແຫ່ງຊາດ ຫວຽດນາມ ສືບຕໍ່ດຳເນີນກອງປະຊຸມຄົບຄະນະຢູ່ຫໍປະຊຸມ, ປຶກສາຫາລືກ່ຽວກັບແຜນຮ່າງສັງລວມໃນການພັດທະນາເສດຖະກິດສັງຄົມຢູ່ເຂດພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ, ເຂດທີ່ມີເງືຶ່ອນໄຂຫຍຸ້ງຍາກເປັນພິເສດ.

ສະພາແຫ່ງຊາດ ຫວຽດນາມ ສືບຕໍ່ດຳເນີນກອງປະຊຸມຄົບຄະນະຢູ່ຫໍປະຊຸມ (ພາບ: quochoi.vn)
      ປະກອບຄຳເຫັນໃສ່ແຜນຮ່າງສັງລວມໃນການພັດທະນາເສດຖະກິດ - ສັງຄົມຢູ່ເຂດພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ, ເຂດທີ່ມີເງື່ອນໄຂຫຍຸ້ງຍາກເປັນພິເສດ, ບັນດາສະມາຊິກສະພາແຫ່ງຊາດຖືວ່າ: ການຜັນຂະຫຍາຍປະຕິບັດນະໂຍບາຍຊົນເຜົ່າໃນຊຸມປີຜ່ານມາບັນລຸໄດ້ບັນດາຜົນງານສຳຄັນ, ຊີວິດການເປັນຢູ່ທາງດ້ານວັດຖຸ, ຈິດໃຈຂອງພໍ່ແມ່ປະຊາຊົນໄດ້ຮັບການຍົກສູງຂຶ້ນເທື່ອລະກ້າວ. ຍ້ອນເຫດນັ້ນ, ບັນດາສະມາຊິກສະພາແຫ່ງຊາດໄດ້ສະເໜີໃຫ້ສະພາແຫ່ງຊາດຮັບຮອງເອົາແຜນຮ່າງພັດທະນາສັງຄົມຢູ່ເຂດທີ່ມີຄວາມຫຍຸ້ງຍາກເປັນພິເສດ. ໃນນັ້ນ, ຈຸດໃໝ່ຂອງແຜນຮ່າງແມ່ນສະພາແຫ່ງຊາດປະກາດໃຊ້ນະໂຍບາຍ ແລະ ຫລັງຈາກນັ້ນ ຈັດແບ່ງແຫຼ່ງກຳລັງເພື່ອຮັບປະກັນໃຫ້ແຜນຮ່າງມີການເຄື່ອນໄຫວຢ່າງມີປະສິດທິຜົນ. ທ່ານ ຫງວຽນເຟື໊ອກລົກ, ສະມາຊິກສະພາແຫ່ງຊາດນະຄອນ ໂຮ່ຈີມິນ ຍົກອອກຄຳເຫັນວ່າ:
        “ຖ້າສະພາແຫ່ງຊາດໃຫ້ສັດຕະຍາບັນໂຄງການເປົ້າໝາຍແຫ່ງຊາດກ່ຽວກັບແຜນຮ່າງສັງລວມໃນການພັດທະນາເສດຖະກິດສັງຄົມຢູ່ເຂດພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ, ເຂດທີ່ມີເງື່ອນໄຂຫຍຸ້ງຍາກເປັນພິເສດນັ້ນ ຈະຮັບປະກັນຄວາມສະເໝີຕົ້ນສະເໝີປາຍກ່ຽວກັບທັດສະນະຂອງພັກ, ນະໂຍບາຍກົດໝາຍຂອງລັດກ່ຽວກັບວຽກງານຊົນເຜົ່າໄດ້.
        ບັນດາສະມາຊິກສະພາແຫ່ງຊາດກໍ່ຖືວ່າ: ລັດ, ລັດຖະບານຄວນເອົາໃຈໃສ່ສຸມໃສ່ແກ້ໄຂບັນດາບັນຫາຄວາມຫຍຸ້ງຍາກ, ຄັບຂັນທີ່ສຸດໃນປັດຈຸບັນຢູ່ເຂດຊົນເຜົ່າສ່ວນໜ້ອຍ ແລະ ປະກາດໃຊ້ນະໂຍບາຍຕ້ອງໄປຄຽງຄູ່ກັບແຫຼ່ງກຳລັງປະຕິບັດ. ມີການປະຕິບັດຄືແນວໃດຈຶ່ງຈະພ້ອມກັບບັນດາແຫຼ່ງກຳລັງຂອງລັດ, ສັງຄົມລົງທຶນ, ຕ້ອງປຸກລະດົມລັກສະນະເປັນເຈົ້າຕົນເອງ, ຖືປະຊາຊົນເປັນໃຈກາງໄດ້ນັ້ນ ແຜນຮ່າງຈຶ່ງບັນລຸປະສິດທິຜົນໄດ້ຢ່າງແທ້ຈິງ ແລະ ໄດ້ຮັບໝາກຜົນຄືດັ່ງຄວາມຫວັງ.
 (ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ຕອນເຊົ້າວັນທີ 14 ກໍລະກົດ, ຢູ່ແຂວງ ຮຶງອຽນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ ເຂົ້າຮ່ວມ ແລະ ຊີ້ນຳຢູ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກຄັ້ງທີ 1 ຕາແສງ ເຫງ້ຍຈູ ອາຍຸການ 2025 – 2030.

Top