• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພັດທະນາເສດຖະກິດພາກເອກະຊົນໃຫ້ກາຍເປັນກຳລັງໜູນສຳຄັນຂອງພື້ນຖານເສດຖະກິດ

      ແມ່ນມະຕິເລກທີ 10 ວ່າດ້ວຍການພັດທະນາເສດຖະກິດພາກເອກະຊົນໃຫ້ກາຍເປັນກຳລັງໜູນສຳຄັນຂອງພື້ນຖານເສດຖະກິດການຕະຫຼາດ, ຕາມການກຳນົດທິດສັງຄົມນິຍົມ

ທ່ານນາຍົກລັດຖະມົນຕີ ກ່າວຄຳເຫັນຊີ້ນຳກອງປະຊຸມ
      ຕອນເຊົ້າວັນທີ 29 ມິຖຸນາ, ຢູ່ສຳນັກງານສະພາແຫ່ງຊາດ, ຄະນະໂຄສະນາສຶກສາສູນກາງ ແລະ ຄະນະເສດຖະກິດສູນກາງສົມທົບກັນຈັດຕັ້ງກອງປະຊຸມຮໍ່າຮຽນທົ່ວປະເທດ, ຊາບຊືມມະຕິກອງປະຊຸມສູນກາງ 5, ຊຸດທີ XII ຂອງພັກກອມມູນິດຫວຽດນາມ. ມີ 3 ມະຕິໄດ້ຊາບຊືມໃນກອງປະຊຸມຄັ້ງນີ້: ແມ່ນມະຕິເລກທີ 10 ວ່າດ້ວຍການພັດທະນາເສດຖະກິດພາກເອກະຊົນໃຫ້ກາຍເປັນກຳລັງໜູນສຳຄັນຂອງພື້ນຖານເສດຖະກິດການຕະຫຼາດ, ຕາມການກຳນົດທິດສັງຄົມນິຍົມ; ມະຕິເລກທີ 11 ວ່າດ້ວຍການສ້າງລະບອບນະໂຍບາຍເສດຖະກິດການຕະຫຼາດໃຫ້ສົມບູນແບບ, ຕາມການກຳນົດທິດສັງຄົມນິຍົມ ແລະ ມະຕິເລກທີ 12 ວ່າດ້ວຍການສືບຕໍ່ສ້າງໂຄງປະກອບລັດວິສາຫະກິດຄືນໃໝ່, ປ່ຽນແປງໃໝ່ ແລະ ຍົກສູງປະສິດທິຜົນຂອງລັດວິສາຫະກິດ. ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເນັ້ນໜັກເນື້ອໃນຈຸດສຸມຂອງມະຕິຄັ້ງນີ້ແມ່ນບັນດາທິດທາງໃຫຍ່, ມີລັກສະນະບຸກທະລຸກ່ຽວກັບລະບອບເສດຖະກິດການຕະຫຼາດ ຕາມການກຳນົດທິດສັງຄົມນິຍົມ, ສ້າງໂຄງປະກອບລັດວິສາຫະກິດຄືນໃໝ່ ແລະ ພັດທະນາເສດຖະກິດພາກເອກະຊົນ:
        ການກໍ່ສ້າງ ແລະ ປັບປຸງລະບອບນະໂຍບາຍເສດຖະກິດການຕະຫຼາດຕາມການກຳນົດທິດສັງຄົມນິຍົມແມ່ນໜ້າທີ່ຍຸດທະສາດ, ແມ່ນຂອດບຸກທະລຸສຳຄັນ, ສ້າງກຳລັງໜູນປົດປ່ອຍແຫຼ່ງກຳລັງ, ສ້າງທຸກໆຄວາມສະດວກໃຫ້ແກ່ການພັດທະນາເສດຖະກິດ ສັງຄົມໂດຍໄວ ແລະ ຍືນຍົງ, ພິເສດແມ່ນໃນເງື່ອນໄຂການປະຕິວັດອຸດສາຫະກຳຄັ້ງທີ 4 ພວມຖືກດຳເນີນຢ່າງແຮງ. ປ່ຽນໃໝ່ວຽກງານສ້າງ ແລະ ປະຕິບັດບັນດາການວາງແຜນກຳນົດ, ແຜນການພັດທະນາ, ການລົງທຶນຂອງລັດ ແລະ ການຈັດແບ່ງແຫຼ່ງກຳລັງ. ຍູ້ແຮງການປັບປຸງເງິນເດືອນ, ຄ່າແຮງງານ, ຮັບປະກັນຊີວິດສັງຄົມ, ກວດກາ, ແກ້ໄຂສິ່ງຄົງຄ້າງກ່ຽວກັບລະບອບນະໂຍບາຍເສດຖະກິດຢ່າງຮີບດ່ວນເພື່ອຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໜີ້ສາທາລະນະ, ແກ້ໄຂໜີ້ເສຍ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top