• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພັດທະນາສາຍພົວພັນມິດຕະພາບພິເສດ ຫວຽດນາມ - ລາວ

      ຕອນຄ່ຳວັນທີ 24 ສິງຫາ, ທ່ານ ຫງວຽນທ້ຽນເຍິນ, ເລຂາຄະນະພັກນະຄອນໂຮ່ຈິມິນ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນ ສະມາຄົມມິດຕະພາບລາວ - ຫວຽດນາມ ນຳໂດຍທ່ານ ວິໄລວົງ ບຸດດາຄຳ ປະທານສູນກາງ ສະມາຄົມມິດຕະພາບລາວ - ຫວຽດນາມ, ກໍາລັງຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນ ໂຮ່ຈິມິນ.

(ທ່ານ ຫງວຽນທ້ຽນເຍິນ, ເລຂາຄະນະພັກນະຄອນໂຮ່ຈິມິນ
ຕ້ອນຮັບຄະນະຜູ້ແທນ ສະມາຄົມມິດຕະພາບລາວ - ຫວຽດນາມ)
      ທ່ານ ເລຂາຄະນະພັກນະຄອນໂຮ່ຈິມິນ ຫງວຽນທ້ຽນເຍິນ ເນັ້ນໜັກວ່າສາຍພົວພັນມິດຕະພາບພິເສດ ຫວຽດນາມ - ລາວ ໄດ້ຮັບການເພີ່ມພູນຄູນສ້າງ ແລະ ພັດທະນາຈາກການນຳພັກ, ລັດ, ປະຊາຊົນສອງຊາດ ແລະ ກາຍເປັນຊັບສົມບັດອັນລ້ຳຄ່າ, ທີ່ຢາກໃຫ້ປະຊາຊົນ ພິເສດແມ່ນລຸ້ນໜຸ່ມຂອງສອງປະເທດອະນຸລັກຮັກສາ, ເສີມຂະຫຍາຍໄປຊົ່ວກາລະນານ. ນະຄອນ ໂຮ່ຈິມິນ ຍາມໃດກໍ່ມານະພະຍາຍາມ ປະຕິບັດບັນດາການເຄື່ອນໄຫວຮ່ວມມືດ້ວຍຫຼາຍຮູບຫຼາຍແບບ, ແນໃສ່ຊຸກຍູ້ການພົວພັນມິດຕະພາບກັບລາວ.
ທ່ານ ວິໄລວົງ ບຸດດາຄຳ ຢັ້ງຢືນວ່າ ການພົວພັນຫວຽດນາມ - ລາວຈະໝັ້ນຄົງຂະໜົງແກ່ນ ແລະ ພັດທະນາຕະຫຼອດໄປ. ໃນໄລຍະທີ່ຈະມາເຖິງ ສະມາຄົມມິດຕະພາບລາວ - ຫວຽດນາມ ຈະສືບຕໍ່ຍູ້ແຮງບັນດາການເຄື່ອນໄຫວຮ່ວມມື ກັບສະມາຄົມຫວຽດນາມ - ລາວ, ຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືພົບປະມິດຕະພາບລະຫວ່າງປະຊາຊົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປົກປັກຮັກສາ, ເພີ່ມພູນຄູນສ້າງ, ປັບປຸງ ແລະ ພັດທະນາສາຍພົວພັນມິດຕະພາບພິເສດ ລະຫວ່າງປະຊາຊົນສອງປະເທດ.
 (ແຫຼ່ງຄັດຈາກ VOV)

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ໃນ 10 ເດືອນຜ່ານມາ, ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 6,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສະເພາະເດືອນຕຸລາ, ນະຄອນດັ່ງກ່າວຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 705.000 ເທື່ອຄົນ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນ ແລະ ຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດ 3,9 ລ້ານເທື່ອຄົນ.

Top