• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພັດທະນາຊ່ອງໂທລະພາບສະພາແຫ່ງຊາດ ຫວຽດນາມ ໃຫ້ເປັນຊ່ອງວິເຄາະລົງເລິກດ້ານການເມືອງ

      ຕອນຄ່ຳວັນທີ 5 ມັງກອນ, ຢູ່ຖະໜົນໂງກວຽນ, ຮ່າໂນ້ຍ, ຊ່ອງໂທລະພາບສະພາແຫ່ງຊາດ ຫວຽດນາມ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນອອກອາກາດລາຍການໂທລະພາບທຳອິດ (6 ມັງກອນ ປີ 2015 - 6 ມັງກອນ ປີ 2022) ຄົບຮອບ 7 ປີ ແລະ ເປີດນຳໃຊ້ລະບົບນິເວດດີຈີຕອນ (digital ecosystem)
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ກ່າວຄຳເຫັນທີ່ພິທີ (ພາບ: VOV)
      ກ່ອນນີ້ 7 ປີ, ວັນທີ 6 ມັງກອນປີ 2015, ຊ່ອງໂທລະພາບສະພາແຫ່ງຊາດ ຫວຽດນາມ ໄດ້ເປີດນຳໃຊ້ຢ່າງເປັນທາງການ. ຈາກຊ່ອງໂທລະພາບທີ່ຂຶ້ນກັບສະຖານີວິທະຍຸກະຈາຍສຽງ ຫວຽດນາມ, ຊ່ອງໂທລະພາບສະພາແຫ່ງຊາດ ຫວຽດນາມ ໄດ້ມີບາດກ້າວພັດທະນາຢ່າງກະໂດດຂັ້ນນັບທັງເວລາລາຍການທີ່ອອກອາກາດ, ກອບລາຍການ ພື້ນຖານໂຄງລ່າງດ້ານເຕັກນິກ ແລະ ຄຸນນະພາບຖັນແຖວພະນັກງານ, ຢັ້ງຢືນໄດ້ທີ່ຕັ້ງບົດບາດຂອງ ອົງການສື່ມວນຊົນຂອງ ສະພາແຫ່ງຊາດ, ແມ່ນຂົວເຊື່ອມຕໍ່ ລະຫວ່າງ ສະພາແຫ່ງຊາດ ແລະຜູ້ມີສິດເລືອກຕັ້ງ ໄດ້ຮັບການຮັບຮູ້ ແລະ ຕີລາຄາສູງຈາກການນຳສະພາແຫ່ງຊາດ ແລະ ຜູ້ມີສິດເລືອກຕັ້ງ.
ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ຕີລາຄາສູງບາດກ້າວເຕີບໂຕຂອງຊ່ອງໂທລະພາບສະພາແຫ່ງຊາດ ຫວຽດນາມ, ປະກອບສ່ວນສຳຄັນເຂົ້າໃນວຽກງານໂຄສະນາເຜີຍແຜ່ ບັນດາການເຄື່ອນໄຫວຂອງສະພາແຫ່ງຊາດ ແລະ ບັນດາອົງການຂອງປະຊາຊົນເລືອຕັ້ງ, ຜູ້ມີສິດເລືອກຕັ້ງ ແລະ ຜູ້ຊົມໂທລະພາບໃນທົ່ວປະເທດ. ກ່ຽວກັບການກຳນົດທິດການເຄື່ອນໄຫວໃນໄລຍະຈະມາເຖິງ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ສະເໜີວ່າ:
      ຊ່ອງໂທລະພາບສະພາແຫ່ງຊາດ ຫວຽດນາມ ຄວນສືບຕໍ່ເຊື່ອມຊຶມທັດສະນະຊີ້ນຳຂອງພັກ ຢ່າງເລິກເຊິ່ງ ສຳລັບວຽກງານສື່ມວນຊົນ ແລະ ການວາງແຜນກຳນົດພັດທະນາການຄຸ້ມຄອງສື່ມວນຊົນ, ສ້າງຄວາມເຫັນດີເປັນເອກະພາບຢ່າງສູງໃນການຈັດຕັ້ງຜັນຂະຫຍາຍປະຕິບັດ. ສືບຕໍ່ຍູ້ແຮງການຜັນຂະຫຍາຍການວາງແຜນກຳນົດ, ພັດທະນາ ແລະ ຄຸ້ມຄອງສື່ມວນຊົນໃນທົ່ວປະເທດ. ເອົາໃຈໃສ່ເຖິງການປ່ຽນແປງໃໝ່ຕາມທິດສຸມໃສ່ຜະລິດລາຍການຮັບປະກັນເວລາອອກອາກາດລາຍການຜະລິດພາຍໃນປະເທດ ເພື່ອຮັບໃຊ້ໜ້າທີ່ການເມືອງ, ຖະແຫຼງຂ່າວ, ໂຄສະນາເຜີຍແຜ່ ແລະ ຈຳເປັນຂອງປະເທດຊາດ.
(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top