• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພັກແລະປະຊາຊົນກຳປູເຈຍຕັດສິນໃຈອອກແຮງປັບປຸງແລະພັດທະນາການພົວພັນ ກຳປູເຈຍ-ຫວຽດນາມ

      ຕອນຄ່ຳວັນທີ 21 ກໍລະກົດ, ຢູ່ Preah Sihanouk, ທ່ານປະທານພັກປະຊາຊົນ ກຳປູເຈຍ (CPP), ນາຍົກລັດຖະມົນຕີ ກຳປູເຈຍ ສົມເດັດ ຮຸນແຊນ ໄດ້ຈັດຕັ້ງງານລ້ຽງຢ່າງສົມກຽດ ຮອງຮັບທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ.

ການນຳສອງປະເທດ ຫວຽດນາມ ແລະກຳປູເຈຍ ໃນງານລ້ຽງ
ພາບ:Vietnamplus
      ກ່າວຄຳເຫັນນະທີ່ນີ້, ທ່ານປະທານພັກປະຊາຊົນ, ທັງເປັນນາຍົກລັດຖະມົນຕີ ກຳປູເຈຍ ສົມເດັດ ຮຸນແຊນ ສະແດງຄວາມເອກອ້າງທະນົງໃຈຕໍ່ການພັດທະນາອັນດີງາມໃນການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງພັກ ແລະ ເນັ້ນຫນັກວ່າ: ພັກ ແລະ ປະຊາຊົນກຳປູເຈຍ  ຕັດສິນໃຈອອກແຮງປັບປຸງ ແລະ ພັດທະນາຄວາມສາມັກຄີມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມື ລະຫວ່າງສອງພັກ, ລັດຖະບານ ແລະ ປະຊາຊົນ ເພື່ອຜົນປະໂຫຍດຂອງສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ ການພັດທະນາໃນພາກພື້ນ ແລະ ໃນໂລກ. ກ່າວຄຳເຫັນໃນງານລ້ຽງ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ມີຄວາມເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳນຳພາອັນຖືກຕ້ອງ, ສະຫລາດສ່ອງໃສຂອງສອງພັກ, ສອງລັດຖະບານ, ການພົວພັນບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານລະຫວ່າງຫວຽດນາມ ແລະ ກຳປູເຈຍ ແນ່ນອນວ່າຈະພັດທະນາຂຶ້ນສູ່ລະດັບສູງໃຫມ່, ນັບມື້ນັບແທດຈິງ, ມີປະສິດທິຜົນໃນທຸກຂົງເຂດ, ຕອບສະຫນອງຄວາມມຸ້ງມາດປາດຖະຫນາ ແລະ ຜົນປະໂຫຍດຂອງປະຊາຊົນສອງຊາດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ພັດທະນາຢູ່ພາກພື້ນ ແລະ ໃນໂລກ.
(ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top