• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຜົນສຳເລັດຂອງ tour ທ່ອງທ່ຽວລະຫວ່າງແຂວງເປີດແງ່ຫວັງຟື້ນຟູການທ່ອງທ່ຽວ

      ບັນດາ tour ທ່ອງທ່ຽວຢູ່ພາຍໃນແຂວງ ແລະ tour ທ່ອງທ່ຽວລະຫວ່າງແຂວງກໍ່ຄ່ອຍໆໄດ້ເປີດດ້ວຍຮູບແບບ “ຄົບວົງຈອນ” ແລະ ໄດ້ຮັບການຕອບສະໜອງ ຢ່າງຕັ້ງໜ້າຈາກນັກທ່ອງທ່ຽວ
(ນັກທ່ອງທ່ຽວເຂົ້າຮ່ວມ tour ທ່ອງທ່ຽວຄົບວົງຈອນ ກູຈີ-ໄຕນິງ)
      ພາຍຫຼັງປະຕິບັດການແຍກຫ່າງສັງຄົມ, ເບິ່ງຄືວ່າຂະແໜງທ່ອງທ່ຽວນະຄອນ ໂຮ່ຈີມິນ ບໍ່ໄດ້ເຄື່ອນໄຫວ ຍ້ອນໂລກລະບາດໂຄວິດ-19, ແຕ່ມາຮອດປະຈຸບັນແມ່ນ ເລີ່ມກັບມາເຄື່ອນໄຫວຄືນໃໝ່ແລ້ວ ດ້ວຍຄວາມລະມັດລະວັງ. ພາຍຫຼັງບັນລຸໄດ້ຜົນສຳເລັດເບື້ອງຕົ້ນຂອງບັນດາ tour ທ່ອງທ່ຽວຢູ່ພາຍໃນແຂວງ, ບັນດາ tour ທ່ອງທ່ຽວລະຫວ່າງແຂວງກໍ່ຄ່ອຍໆໄດ້ເປີດດ້ວຍຮູບແບບ “ຄົບວົງຈອນ” ແລະ ໄດ້ຮັບການຕອບສະໜອງ ຢ່າງຕັ້ງໜ້າຈາກນັກທ່ອງທ່ຽວ.
      ວັນທີ 21 ຕຸລາ, ຄະນະນັກທ່ອງທ່ຽວກວ່າ 100 ຄົນ ລວມມີແຂກທ່ອງທ່ຽວພິເສດ ນັ້ນແມ່ນແພດໝໍ, ກຳລັງທີ່ຢູ່ດ່ານໜ້າປ້ອງກັນ ຕ້ານໂລກລະບາດທີ່ມາຈາກບັນດາແຂວງ, ນະຄອນທີ່ເຂົ້າຮ່ວມການປ້ອງກັນ ຕ້ານໂລກລະບາດຢູ່ນະຄອນ ໂຮ່ຈີມິນ ເຊິ່ງແມ່ນນັກທ່ອງທ່ຽວຂະບວນທຳອິດທີ່ເຂົ້າຮ່ວມ tour ທ່ອງທ່ຽວຄົບວົງຈອນ ກູຈີ-ໄຕນິງ ໂດຍບໍລິສັດທ່ອງທ່ຽວ Saigontourist ຈັດຕັ້ງ.
        ຄະນະນັກທ່ອງທ່ຽວໄດ້ເລີ່ມເດີນທາງຈາກໃຈກາງນະຄອນ ໂຮ່ຈີມິນ ໃນເວລາ 5 ໂມງ 30 ນາທີ ແລະ ໄປຮອດ ກູຈີ ໃນເວລາ 7 ໂມງ. ຢູ່ທີ່ນີ້, ນັກທ່ອງທ່ຽວໄດ້ໄປຖະຫວາຍທູບທຽນຢູ່ເຂດມູນເຊື້ອປະຕິວັດ ໄຊ່ງ່ອນ - ເຈີ້ເລີນ - ຢາດິ້ງ; ຢ້ຽມຢາມວິຫານ ເບັນເຢືອກ, ເຊິ່ງແມ່ນເຂດອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດໃນການຕໍ່ສູ້ຕ້ານຝລັ່ງ ແລະ ອາເມລິກາ… ຫຼັງຈາກນັ້ນ,  tour ທ່ອງທ່ຽວໄດ້ພາຄະນະນັກທ່ອງທ່ຽວໄປເຖິງເຂດທ່ອງທ່ຽວຢູ່ ໄຕນິງ, ບ່າແດນ, ວັດ ລິງເຊີນຕຽນແທັກ…
      ທ່ານໝໍ ຫງວຽນກວາງມິງ, ຄະນະປະຕິບັດງານພະແນກສາທາລະສຸກແຂວງ ລາຍເຈົາ ທີ່ເຂົ້າຮ່ວມການປ້ອງກັນ, ຕ້ານໂລກລະບາດຢູ່ນະຄອນ ໂຮ່ຈີມິນ ເປັນເວລາເກືອບ 3 ເດືອນ, ແບ່ງປັນວ່າ: ສຳລັບ ແພດໝໍ, ເປັນ ຄະນະນັກທ່ອງທ່ຽວທຳອິດທີ່ມາຢ້ຽມຢາມ ກູຈີ ຫຼື ໄຕນິງ, ນີ້ແມ່ນການໄປທ່ຽວຍາກທີ່ຈະລົງລືມໄດ້.
      “ຂ້າພະເຈົ້າໄດ້ມາ ແຫ່ງນີ້ເປັນຄັ້ງທຳອິດ, ຂ້າພະເຈົ້າເຫັນວ່າມັນສວຍງາມທີ່ສຸດ, ສະຖານທີ່ກວ້າງຂວາງ ແລະ ອາກາດປອດໂປ່ງດີ. ຫວັງວ່າ, ເມື່ອການດຳລົງຊີວິດໄດ້ກັບຄືນສູ່ສະພາບປົກກະຕິ, ສະຖານທີ່ທ່ອງທ່ຽວຕ່າງໆຄື ອຸໂມງໃຕ້ດິນ ກູຈີ, ພູ ບ່າແດນ ຈະເຄື່ອນໄຫວຄືນໃໝ່ ເປີດປະຕູຮັບໃຊ້ປະຊາຊົນມາຢ້ຽມຊົມ, ທ່ອງທ່ຽວຢູ່ ເຂດທ່ອງທ່ຽວທີ່ດູດດື່ມນີ້”.
      ສ່ວນທ່ານໝໍ ຮ່ວາງງອັກເກື່ອງ, ຢູ່ໂຮງໝໍເສນາຮັກ 175, ໃຫ້ຮູ້ຕື່ມອີກວ່າ:
      “ຂ້າພະເຈົ້າຄິດວ່າ tour ທ່ອງທ່ຽວລະຫວ່າງແຂວງດັ່ງກ່າວແມ່ນດີທີ່ສຸດ, ນັກທ່ອງທ່ຽວທັງໄດ້ໄປຢ້ຽມຢາມເຂດບ້ານເກີດເມືອງນອນປະຕິວັດ, ທັງໄດ້ເຫັນ ທິວທັດທຳມະຊາດທີ່ສວຍງາມ. ກູຈີ ກັບ ໄຕນິງ ແມ່ນຢູ່ໃກ້ກັນ ສະນັ້ນຂ້າພະເຈົ້າເຫັນວ່າ tour ທ່ອງທ່ຽວນີ້ແມ່ນເໝາະສົມ”.
(ປະຈຸບັນ tour ເລີ່ມກັບມາເຄື່ອນໄຫວຄືນໃໝ່ແລ້ວ)
      ຕາມຜູ້ຕາງໜ້າບໍລິສັດທ່ອງທ່ຽວ Saigontourist ແລ້ວ, ຫົວໜ່ວຍຈັດຕັ້ງ tour ແລ້ວ, ພາຍຫຼັງປະກາດ tour ທ່ອງທ່ຽວທຳອິດ ກູຈີ - ໄຕນິງ ຢ່າງເປັນທາງການ, ບໍລິສັດທ່ອງທ່ຽວສືບຕໍ່ຈ່າວຂາຍ tour ທ່ອງທ່ຽວສະຫງວນໃຫ້ນັກທ່ອງທ່ຽວຕາມແບບສ່ວນຕົວ, ຄອບຄົວ ດ້ວຍແຜນການຈະເດີນທາງໃນວັນທີ 29 ຕຸລາ, 12, 26 ພະຈິກ. ບັນດາ tour ທ່ອງທ່ຽວໄດ້ຈັດຂຶ້ນຕາມມາດຕະຖານຮັບປະກັນຄວາມປອດໄພ, ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການປ້ອງກັນ, ຕ້ານໂລກລະບາດຢ່າງເຄັ່ງຄັດ, ນັກທ່ອງທ່ຽວທີ່ເຂົ້າຮ່ວມ tour, ຜູ້ນຳທ່ຽວ, ຜູ້ຂັບລົດ, ຜູ້ຮັບໃຊ້ແຂກທ່ອງທ່ຽວຢູ່ຕາມເຂດທ່ອງທ່ຽວແຫ່ງຕ່າງໆນັ້ນ  ລ້ວນແຕ່ໄດ້ສັກວັກຊິນກັນໂຄວິດ-19 ຄົບ 2 ເຂັມ, ມີຜົນກວດເຊື້ອເປັນລົບ. ທ່ານ ເຈິ່ນກວກບາວ, ຮອງຫົວໜ້າບໍລິສັດທ່ອງທ່ຽວ Saigontourist ໃຫ້ຮູ້ວ່າ, tour ທ່ອງທ່ຽວໄດ້ຈັດຂຶ້ນຕາມຮູບແບບ “ຄົບວົງຈອນ”, ນັກທ່ອງທ່ຽວໄດ້ໄປທ່ຽວໃນຕອນກາງເວັນ ຫຼື ໄປທ່ຽວຢູ່ສະຖານທີ່ທ່ອງທ່ຽວຊີວະພາບ ກູຈີ  - ໄຕນິງ ເຫຼົ່ານີ້ເປັນຕົ້ນ.
      “ນັບແຕ່ນີ້ຮອດບຸນເຕັດ, ພວກຂ້າພະເຈົ້າຈະປະຕິບັດ ຕາມຄຳສັ່ງຂອງບັນດາແຂວງ, ນະຄອນ ທີ່ພວມ ເປີດການເຄື່ອນໄຫວຄືນໃໝ່. ໃນໄລຍະຈະມາເຖິງນີ້ ທ້ອງຖິ່ນໃດມີເຂດຂຽວ (ເຂດປອດໂລກລະບາດ)ນັ້ນ ທາງບໍລິສັດຈະຈັດ tour ທ່ອງທ່ຽວຢູ່ເຂດນັ້ນໃນທັນທີ. ປະຈຸບັນ,  tour ທ່ອງທ່ຽວນັບມື້ນັບຫຼາຍ ແລະ ນັກທ່ອງທ່ຽວກໍ່ເລີ່ມມີຄວາມສົນໃຈ ແລະ ມີຄວາມຕ້ອງການຢາກໄປທ່ຽວນັບມື້ນັບຫຼາຍຂຶ້ນ ພາຍຫຼັງໄລຍະເກີດໂລກລະບາດມາເປັນເວລາດົນນານ”.
      Tour ທ່ອງທ່ຽວຄົບວົງຈອນລະຫວ່າງແຂວງ ນັ້ນແມ່ນລະຫວ່າງນະຄອນ ໂຮ່ຈີມິນ - ໄຕນິງ ໄດ້ຈົບລົງ ເມື່ອຄະນະນັກທ່ອງທ່ຽວໄດ້ກັບເມືອຮອດນະຄອນໃນເວລາ 19 ໂມງ ຂອງວັນທີ 21 ຕຸລາ.
      ຂະແໜງທ່ອງທ່ຽວ ໄດ້ຮັບຖືວ່າ ເປັນຂະແໜງ “ທີ່ໄດ້ຮັບຜົນສະທ້ອນຈາກໂລກລະບາດໂຄວິດ-19 ກ່ອນໝູ່ ແລະ ໄດ້ຟື້ນຟູຫຼັງໝູ່” . ຈາກຜົນສຳເລັດໃນເບື້ອງຕົ້ນຂອງ tour ທ່ອງທ່ຽວຄົບວົງຈອນລະຫວ່າງແຂວງດັ່ງກ່າວ ໄດ້ສະແດງໃຫ້ເຫັນສັນຍານທີ່ປະເອີບໃຈກ່ຽວກັບການຟື້ນຟູຂອງການເຄື່ອນໄຫວທ່ອງທ່ຽວ, ປະກອບສ່ວນຊຸກຍູ້ຂົງເຂດເສດຖະກິດ - ສັງຄົມອື່ນ ຟື້ນຟູ ແລະ ພັດທະນາໄປພ້ອມໆກັນ./.
(ແຫຼ່ງຄັດຈາກ VOV)

ການນຳພັກ, ລັດເຂົ້າຮ່ວມພິທີປະກາດໂຮມຫົວໜ່ວຍບໍລິຫານຢູ່ທ້ອງຖິ່ນຕ່າງໆ

ການນຳພັກ, ລັດເຂົ້າຮ່ວມພິທີປະກາດໂຮມຫົວໜ່ວຍບໍລິຫານຢູ່ທ້ອງຖິ່ນຕ່າງໆ

ທົ່ວປະເທດ ຫວຽດນາມ ໄດ້ຈັດພິທີປະກາດມະຕິ, ຂໍ້ຕົກລົງສະບັບຕ່າງໆຂອງສູນກາງ ແລະ ທ້ອງຖິ່ນ ກ່ຽວກັບການໂຮມຫົວໜ່ວຍບໍລິຫານຂັ້ນແຂວງ, ຕາແສງ, ສ້າງຕັ້ງອົງການຈັດຕັ້ງພັກ

Top