
ບັນດາການນຳ 21 ພື້ນຖານເສດຖະກິດ APEC
ພາບ:ອິນເຕີແນັດ
ຜົນສຳເລັດຂອງປີ APEC 2017 ແມ່ນສັງລວມຫລາຍປັດໄຈ. ກ່ອນອື່ນໝົດ ແມ່ນຄວາມເຫັນດີເຫັນພ້ອມ,ເປັນຈິດຫນຶ່ງໃນດຽວຈາກການນຳຕະຫລອດຮອດປະຊາຊົນແຕ່ລະຄົນ. ແລະນີ້ແມ່ນປັດໄຈໄດ້ປະກອບສ່ວນສ້າງບັນດາຜົນງານຂອງປະເທດຊາດໃນກວ່າ 30 ປີແຫ່ງການປ່ຽນແປງໃຫມ່ ແລະ ການເຊື່ອມໂຍງເຂົ້າກັບສາກົນໃນໄລຍະຜ່ານມາ.
ຜົນສຳເລັດມາຈາກຄວາມເຫັນດີເຫັນພ້ອມນັບແຕ່ເມື່ອຕົກລົງເປັນເຈົ້າພາບຈັດຕັ້ງປີ APEC 2017, ການນຳພັກ ແລະ ລັດ ຫວຽດນາມ ໄດ້ຊີ້ນຳຢ່າງຂ້ຽວຂາດວິວັດການກະກຽມ, ຍົກອອກບັນດາຄຳຕັດສິນຢ່າງໃກ້ຊິດ,ຖືກຕາມສະພາບການປີ APEC. ການເລືອກເຟັ້ນຈຸດເວລາເປັນເຈົ້າພາບຈັດຕັ້ງໃນປີ 2017 ແມ່ນຕົວຢ່າງມີຊີວິດຊີວາ ສະແດງໃຫ້ເຫັນວິໄສທັດຍຸດທະສາດຍາວນານຂອງພັກ ແລະ ລັດ ສຳລັບພາກພື້ນ ອາຊີ ປາຊີຟິກ.
ເລື່ອງຕົກລົງເລືອກເຟັ້ນ 10 ແຂວງ, ນະຄອນ ຈັດຕັ້ງບັນດາເຫດການພົ້ນເດັ່ນຂອງ APEC ໃຫ້ທັງປີ, ຕິດພັນກັບຫົວຂໍ້ຂອງບັນດາກອງປະຊຸມ APEC ດ້ວຍທ່າແຮງຂອງແຕ່ລະທ້ອງຖິ່ນ ບໍ່ພຽງແຕ່ຊ່ວຍເສີມຂະຫຍາຍທ່າແຮງຂອງບັນດາທ້ອງຖິ່ນເທົ່ານັ້ນ ຫາກຍັງສ້າງເງື່ອນໄຂເພື່ອແນະນຳໃຫ້ເພື່ອນມິດສາກົນກ່ຽວກັບພື້ນຖານວັດທະນະທຳ, ປະຊາຊົນ ແລະ ບັນດາຜະລິດຕະພັນເປັນເອກະລັກສະເພາະຂອງບັນດາເຂດພາກຢູ່ຫວຽດນາມ, ສ້າງລັກສະນະດູດດື່ມສະເພາະຂອງ ປີ APEC 2017. ພິເສດ ເລື່ອງເລືອກເຟັ້ນນະຄອນ ດາຫນັງ ເປັນສະຖານທີ່ຈັດຕັ້ງສັບປະດາຂັ້ນສູງ APEC 2017 ໄດ້ສະແດງໃຫ້ເຫັນພາບພົດປະເທດຫວຽດນາມ ມີຄວາມຂະຫຍັນຂັນເຄື່ອນ, ມີການປ່ຽນແປງໃຫມ່, ທັນສະໄຫມ, ແມ່ນພາກສ່ວນຫນຶ່ງບໍ່ອາດຕັດແຍກອອກຈາກພາກພື້ນ ອາຊີ ປາຊີຟິກ ໄດ້.
ຕົວເລກເປັນຫນ້າປະທັບໃຈ ນັ້ນແມ່ນ ມີເອກະສານ 20 ສະບັບໄດ້ຮັບການຮັບຮອງເອົາໃນປີ APEC 2017 ໄດ້ສະແດງໃຫ້ເຫັນບົດບາດນຳພາຂອງຫວຽດນາມໃນການສ້າງຄວາມຕັດສິນໃຈ, ຄວາມເປັນຈິດຫນຶ່ງໃຈດຽວຂອງບັນດາສະມາຊິກໃນການຮັກສາທ່າຮ່ວມມື, ຮ່ວມສຳພັນດ້ານເສດຖະກິດ. ພິເສດ, ສານທີ່ແຂງແຮງໃຫມ່ໃນຖະແຫລງການຂັ້ນສູງ ດາຫນັງ ກ່ຽວກັບການຊຸກຍູ້ດ້ານການຄ້າ, ການລົງທຶນແບບເປີດ ແລະ ເສລີ, ການສະຫນັບສະຫນູນລະບົບການຄ້າຫລາຍຝ່າຍ, ອີກຄັ້ງຫນຶ່ງເປັນການຢືນຢັນເຖິງບົດບາດຫລັກແຫລ່ງຂອງ APEC ແມ່ນກຳລັງຫນູນຂອງການເຕີບໂຕ, ແມ່ນບ່ອນເລີ່ມຕົ້ນບັນດາຂໍ້ລິເລີ່ມຮ່ວມສຳພັນດ້ານເສດຖະກິດ ແລະ ແມ່ນກົນໄກຮ່ວມມືດ້ານເສດຖະກິດແຖວຫນ້າຂອງພາກພື້ນ. ເນື້ອໃນຂອງບັນດາເອກະສານກໍ່ຮັບໃຊ້ການຜັນຂະຫຍາຍຍຸດທະສາດພັດທະນາເສດຖະກິດ ສັງຄົມຂອງປະເທດຊາດຢ່າງແທດຈິງ.
ເລື່ອງເປັນປະເທດເປັນເຈົ້າພາບຈັດຕັ້ງປີ APEC 2017ກໍ່ໄດ້ນຳຫວຽດນາມ ກາຍເປັນປະເທດທຳອິດໄດ້ຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິງ ຢ້ຽມຢາມທາງລັດຖະກິດຫວຽດນາມ ພາຍຫລັງ ດຳເນີນກອງປະຊຸມໃຫຍ່ຄັ້ງທີ XIX ຂອງພັກກອມມູນິດຈີນ. ຫວຽດນາມ ກໍ່ໄດ້ຕ້ອນຮັບທ່ານປະທານາທິບໍດີ ອາເມລິກາ Donald Trump ຊື່ງເປັນຄັ້ງທຳອິດປະທານາທິບໍດີ ອາເມລິກາ ມາຢ້ຽມຢາມທາງລັດຖະກິດ ຫວຽດນາມ ໃນປີທຳອິດຮັບດຳລົງຕຳແຫນ່ງເປັນປະທານາທິບໍດີ. ພອ້ມກັນນັ້ນແມ່ນການຢ້ຽມຢາມທາງລັດຖະກິດຂອງທ່ານນາງປະທານາທິບໍດີ ຈີເລ Michelle Bachelet ແລະ ການຢ້ຽມຢາມຫວຽດນາມຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ການາດາ Justin Trudeau. ເນື່ອງໃນໂອກາດນີ້ ຫວຽດນາມ ໄດ້ສ້າງການພົວພັນຄູ່ຮ່ວມມືຮອບດ້ານກັບ ການາດາ. ບັນດາໝາກຜົນການພົວພັນສອງຝ່າຍຄັ້ງປະຫວັດສາດນັ້ນ ພ້ອມກັບການພົບປະ 50 ຄັ້ງລະຫວ່າງການນຳຫວຽດນາມ ກັບການນຳບັນດາສະມາຊິກ APEC ໄດ້ວາງພື້ນຖານເພື່ອສືບຕໍ່ຍົກລະດັບການພົວພັນລະຫວ່າງຫວຽດນາມ ກັບບັນດາປະເທດສະມາຊິກ APEC ຂຶ້ນສູ່ລະດັບສູງໃຫມ່.
ບັນລຸໄດ້ບັນດາຜົນງານນັ້ນ ແມ່ນຍ້ອນຄວາມເປັນຈິດຫນຶ່ງໃຈດຽວກັນ, ຍ້ອນ ຄວາມຕັດສິນໃຈຂອງທົ່ວພັກ, ທົ່ວປວງຊົນ. ຈາກການຊີ້ນຳຂອງການນຳພັກ, ລັດ, ການຜັນຂະຫຍາຍຂອງບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນ, ການຫນູນຊ່ວຍທາງດ້ານວັດຖຸຈາກປະຊາຄົມວິສາຫະກິດ ແລະ ກອ່ນອື່ນໝົດແມ່ນການສະຫນັບສະຫນູນຢ່າງແຮງຂອງປະຊາຊົນທຸກຊັ້ນວັນນະ. ຫວຽດນາມ ໄດ້ສືບທອດ ແລະ ເສີມຂະຫຍາຍບັນດາບົດຮຽນອັນລ້ຳຄ່າກ່ຽວກັບການຕ່າງປະເທດຫລາຍຝ່າຍຊື່ງຖອດຖອນມາໄດ້ຈາກປະຫວັດສາດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດຢ່າງມີປະສິດທິຜົນ, ເປັນຕົ້ນແມ່ນການຮັບປະກັນຫນ້າທີ່ບົດບາດເປັນປະເທດເຈົ້າພາບປີ APEC 2006 ແລະ ປະທານ ອາຊຽນ ປີ 2010 ປະສົບຜົນສຳເລັດ.
ສ້າງກຳລັງຫນູນໃຫມ່ໃຫ້ແກ່ວິວັດທະນາການເຊື່ອມໂຍງເຂົ້າກັບສາກົນຢ່າງກວ້າງຂວາງ
ຜົນສຳເລັດອັນສະຫງ່າລາສີຂອງປີ APEC 2017 ໄດ້ປຸກລຸກສະຕິຄວາມຮັບຜິດຊອບ ແລະ ຄວາມເອກອ້າງທະນົງໃຈຂອງປະຊາຊົນຫວຽດນາມ ແຕ່ລະຄົນ ກ່ຽວກັບທີ່ຕັ້ງບົດບາດຂອງປະເທດຊາດພວມນັບມື້ນັບສູງຂຶ້ນ ຕໍ່ຫນ້າການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ. ພິເສດ ບັນດາຜົນງານຂອງປີ APEC 2017 ໄດ້ສ້າງຄວາມໄວ້ເນື້ອເຊື່ອໃຈຢ່າງແຮງໃຫ້ແກ່ບັນດາວິສາຫະກິດ ແລະ ທ້ອງຖິ່ນຕ່າງໆຂອງຫວຽດນາມ ຕໍ່ຄວາມສາມາດເຂົ້າຮ່ວມ ແລະ ປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນວິວັດການເຊື່ອມໂຍງເຂົ້າກັບສາກົນຂອງປະເທດຊາດ, ພ້ອມທັງຢັ້ງຢືນຄືນເລື່ອງຫວຽດນາມ ສືບຕໍ່ແມ່ນເພື່ອນມິດທີີ່ໄວ້ເນື້ອເຊື່ອໃຈ, ແມ່ນສະມາຊິກຕັ້ງຫນ້າ, ມີຄວາມຮັບຜິດຊອບຕໍ່ປະຊາຄົມພາກພື້ນ ແລະ ໂລກ.
ດ້ວຍທ່ວງທ່າ ແລະ ກຳລັງແຮງຂອງ 30 ປີແຫ່ງການປ່ຽນໃຫມ່ ແລະ ບ່ອນອີງແມ່ນ “ຈິດໃຈຂອງປະຊາຊົນ”, ຜົນສຳເລັດຂອງປີ APEC 2017 ແນ່ນອນວ່າຈະເພີ່ມກຳລັງແຮງໃຫ້ແກ່ຫວຽດນາມ ໃນການຮັບບັນດາຫນ້າທີ່ສຳຄັນຍິ່ງຂອງສາກົນ ຕໍ່ໄປໃຫ້ສຳເລັດຜົນ, ສະແດງໃຫ້ເຫັນບົດບາດນຳພາການຮ່ວມມືຫລາຍຝ່າຍ, ປະກອບສ່ວນຍົກສູງທີ່ຕັ້ງບົດບາດຂອງປະເທດຊາດໃນໂລກພວມມີການຫັນປ່ຽນຢ່າງເລິກເຊິ່ງ.
(ແຫຼ່ງຄັດຈາກ VOV)