• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຜູ້​ອຳ​ນວຍ​ການ​ພາກ​ພື້ນ WHO: ວິ​ໄສ​ທັດ, ຍຸດ​ທະ​ສາດ​ວັກ​ຊິນ ແລະ ອັດ​ຕາ​ການ​ສັກ​ວັກ​ຊິ​ນ​​ຂອງ ຫວຽດ​ນາມ ເປັນ​ໜ້າປະ​ທັບ​ໃຈທີ່​ສຸດ

ທ່ານ Takeshi Kasai ໄດ້ຕີລາຄາສູງຕໍ່ວິໄສທັດຂອງ ຫວຽດນາມ ກ່ຽວກັບການຮັກສາສຸຂະພາບ, ຊິວິອີນຊີຂອງປະຊາຊົນ, ການຊີ້ນຳ, ນຳພາຂອງລັດຖະບານ ຫວຽດນາມ ແລະ ບັນດາໝາກຜົນທີ່ບັນລຸໄດ້ໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ພິເສດແມ່ນບັນຫາວັກຊິນ, ເພື່ອຜັນຂະຫຍາຍບັ້ນສັກວັກຊິນຢ່າງຂ້ຽວຂາດ ແລະ ບັນລຸອັດຕາການສັກວັກຊິນສູງທິ່ສຸດ.
ທ່ານ Takeshi Kasai, ຜູ້ອຳນວຍການພາກພື້ນປາຊີຟິກຕາເວັນຕົກຂອງອົງການອະນາໄມໂລກ (WHO) ແລະ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ (ພາບ: VGP)

ວັນທີ 11 ມັງກອນ, ໃນການພົບປະເຮັດວຽກກັບທ່ານ Takeshi Kasai, ຜູ້ອຳນວຍການພາກພື້ນປາຊີຟິກຕາເວັນຕົກຂອງອົງການອະນາໄມໂລກ (WHO), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຢັ້ງຢືນວ່າ ຫວຽດນາມຖືເປັນສຳຄັນທີ່ສຸດຕໍ່ການພົວພັນຮ່ວມມືກັບ WHO; ທ່ານຂອບໃຈ WHO, ຫ້ອງການພາກພື້ນ ປາຊີຟິກຕາເວັນຕົກ, ຫ້ອງການ WHO ປະຈຳ ຫວຽດນາມ ແລະ ທ່ານ Takeshi Kasai ໄດ້ໜູນຊ່ວຍຢ່າງສຳຄັນໃຫ້ແກ່ການພັດທະນາຂອງຂະແໜງການສາທາລະນະສຸກ, ພິເສດແມ່ນໜຸນຊ່ວຍ ຫວຽດນາມ ຮັບມືກັບໂລກລະບາດໂຄວິດ - 19, ໄດ້ເຂົ້າເຖິງບັນດາແຫຼ່ງວັກຊິນ, ເຄື່ອງອຸປະກອນການແພດໃນສະພາບການຫຍຸ້ງຍາກ.

        ທ່ານນາຍົກລັດຖະມົນຕີ ຫວຽດນາມ ສະເໜີໃຫ້ WHO ແລະ ທ່ານ Takeshi Kasai ໃນນາມສ່ວນຕົວສືບຕໍ່ໜູນຊ່ວຍ ຫວຽດນາມ ດ້ານວັກຊິນ, ຢາປິນປົວ, ໂດຍສະເພາະແມ່ນໃນການຄົ້ນຄ້ວາ. ຜະລິດ ແລະ ບັນດາລະບຽບການຮັບຮອງເອົາວັກຊິນພາຍໃນປະເທດເພື່ອໃຫ້ ຫວຽດນາມ ສາມາດເປັນເຈົ້າຕົນເອງໃນການສະໜອງວັກຊິນໂດຍໄວ; ໜູນຊ່ວຍການຍົກລະດັບຄວາມສາມາດຂອງລະບົບສາທາລະນະສຸກ; ສືບຕໍ່ແບ່ງປັນຂໍ້ມູນຂ່າວສານ, ຕີລາຄາສະພາບການໂລກລະບາດຢ່າງທັນການ ແລະ ບັນດາບົດຮຽນ, ຄຳກ່າວເຕື່ອນໃນການສັກວັກຊິນ.

        ສ່ວນທ່ານ Takeshi Kasai ໄດ້ຕີລາຄາສູງຕໍ່ວິໄສທັດຂອງ ຫວຽດນາມ ກ່ຽວກັບການຮັກສາສຸຂະພາບ, ຊິວິອີນຊີຂອງປະຊາຊົນ, ການຊີ້ນຳ, ນຳພາຂອງລັດຖະບານ ຫວຽດນາມ ແລະ ບັນດາໝາກຜົນທີ່ບັນລຸໄດ້ໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ພິເສດແມ່ນບັນຫາວັກຊິນ, ເພື່ອຜັນຂະຫຍາຍບັ້ນສັກວັກຊິນຢ່າງຂ້ຽວຂາດ ແລະ ບັນລຸອັດຕາການສັກວັກຊິນສູງທິ່ສຸດ.

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top